ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມສົນທະນາກັບວິສາຫະກິດ ນິວຊີແລນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕອບບັນດາບັນຫາເຊິ່ງບັນດາອົງການ, ວິສາຫະກິດ ນິວຊີແລນ ມີຄວາມສົນໃຈ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການສືບຕໍ່ປະຕິບັດສຳເລັດ, ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ວິສາຫະກິດ ນິວຊີແລນ ຮ່ວມມື, ລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມສົນທະນາກັບວິສາຫະກິດ ນິວຊີແລນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມສົນທະນາກັບວິສາຫະກິດ ນິວຊີແລນ
(ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 11 ມີນາ, ຢູ່ນະຄອນຫຼວງ Wellington, ໃນຂອບເຂດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມສົນທະນາກັບວິສາຫະກິດ ນິວຊີແລນ ເພື່ອແນໃສ່ຊອກຫາຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການ ແລະ ຄວາມສາມາດຮ່ວມມືລົງທຶນລະຫວ່າງ ຫວຽດນາມ - ນິວຊີແລນ. ທີ່ການສົນທະນາໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ ແລະ ສະພາດຳເນີນທຸລະກິດ ອາຊຽນ - ນິວຊີແລນ ສົມທົບກັນຈັດຕັ້ງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕອບບັນດາບັນຫາເຊິ່ງບັນດາອົງການ, ວິສາຫະກິດ ນິວຊີແລນ ມີຄວາມສົນໃຈ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການສືບຕໍ່ປະຕິບັດສຳເລັດ, ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ວິສາຫະກິດ ນິວຊີແລນ ຮ່ວມມື, ລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ລັດຖະບານ, ບັນດາສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດ ນິວຊີແລນ ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນກັບ ຫວຽດນາມ ກ່ວາອີກ; ເປີດປະຕູຕະຫຼາດເພື່ອໝູນໃຊ້ບັນດາສັນຍາການຄ້າສອງຝ່າຍ, ບັນດາຂອບເຂດການຮ່ວມມື, ສັນຍາການຄ້າເສລີລຸ້ນໃໝ່ເຊິ່ງທັງສອງຝ່າຍເຂົ້າຮ່ວມໃຫ້ສູງທີ່ສຸດ; ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງກັນເຂົ້າຕະຫຼາດຂອງແຕ່ລະຝ່າຍ; ພິຈາລະນາຍົກເລີກບັນດາຮົ້ວກີດຂວາງດ້ານພາສີອາກອນສຳລັບສິນຄ້າ ຫວຽດນາມ, ພິເສດແມ່ນສຳລັບຜະລິດຕະພັນກະເສດ, ສິນໃນນ້ຳ.

        ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາວິສາຫະກິດ ນິວຊີແລນ ຮ່ວມມືລົງທຶນ ກັບ ຫວຽດນາມ ດ້ວຍບັນດາແຜນການ, ໂຄງການລະອຽດໃນຂົງເຂດຕ່າງໆ, ຄື: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ…

ຕອບກັບ

ຂ່າວ/ບົດ​ອື່ນ