ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ ປະ​ທານ​ຝ່າຍ​ບໍ​ລິ​ຫານ ສະ​ຖາ​ບັນ Tony Blair ເພື່ອ​ການ​ປ່ຽນ​ແປງ​ທົ່ວ​ໂລກ

(VOVWORLD) - ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ປັນຍາປະດິດ, ການພົ້ນເດັ່ນຂຶ້ນຂອງລັດທິອາລັກຂາ, ການແກ້ງແຍ້ງດ້ານຍຸດທະສາດ…
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ ປະ​ທານ​ຝ່າຍ​ບໍ​ລິ​ຫານ ສະ​ຖາ​ບັນ Tony Blair ເພື່ອ​ການ​ປ່ຽນ​ແປງ​ທົ່ວ​ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ອັງກິດ, ປະທານຝ່າຍບໍລິຫານ ສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI)
(ພາບ:  VGP)

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ອັງກິດ, ປະທານຝ່າຍບໍລິຫານ ສະຖາບັນ ເພື່ອການປ່ຽນແປງທົ່ວໂລກ (TBI) ທີ່ພວມມີການຢ້ຽມຢາມ ຫວຽດນາມ.

ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ປັນຍາປະດິດ, ການພົ້ນເດັ່ນຂຶ້ນຂອງລັດທິອາລັກຂາ, ການແກ້ງແຍ້ງດ້ານຍຸດທະສາດ…ກ່ຽວກັບການກຳນົດທິດບຸລິມະສິດການຮ່ວມມື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ TBI ຍູ້ແຮງການເຊື່ອມຕໍ່ລະຫວ່າງບັນດາຄູ່ຮ່ວມມື, ວິສາຫະກິດ ຕ່າງປະເທດທີ່ມີການລົງທຶນຢູ່ ຫວຽດນາມ, ໃນນັ້ນມີບັນດາກອງທຶນລົງທຶນ, ກຸ່ມບໍລິສັດທີ່ມາຈາກເອີລົບ ແລະ ຕາເວັນອອກກາງ, ໜູນຊ່ວຍ ຫວຽດນາມ ດຶງດູດແຫຼ່ງກຳລັງໃຫ້ແກ່ການເຕີບໂຕຂຽວ, ຫຼຸດຜ່ອນການປ່ອຍອາຍພິດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ Tony Blair ໄດ້ຢັ້ງຢືນ TBI ຍາມໃດກໍ່ຈະຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ແລະ ສືບຕໍ່ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງເພື່ອຊຸກຍູ້, ຜັນຂະຫຍາຍບັນດາການເຄື່ອນໄຫວ, ລາຍການ, ໂຄງການຮ່ວມມືລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ