ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ກາ​ນ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ຈີນ

(VOVWORLD) - ທີ່ການຕ້ອນຮັບທ່ານ Zhang Wen Ping ຮອງປະທານ ແລະ ການນຳກຸ່ມບໍລິສັດເຕັກນິກພະລັງງານຈີນ (Energy China), ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ສ້າງທຸກເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ຈີນ ເວົ້າລວມ ແລະ ກຸ່ມບໍລິສັດ Energy China ເວົ້າສະເພາະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ກາ​ນ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ, ພະ​ລັງ​ງານ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Wang Dong Chu, ປະທານສະພາບໍລິຫານ ແລະ ຊີ້ນຳ ກຸ່ມບໍລິສັດ ກໍ່ສ້າງຄົມມະນາຄົມ ຈີນ (ພາບ: VGP)

ເນື່ອງໃນໂອກາດ ເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ - ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 20 ຢູ່ນະຄອນໜານໜິງ, ແຂວງ ກວາງສີ, ປະເທດ ຈີນ ໃນວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບບາງກຸ່ມບໍລິສັດເສດຖະກິດແຖວໜ້າຂອງຈີນ ໃນຂົງເຂດເຕັກໂນໂລຢີ, ພະລັງງານ, ພັດທະນາພື້ນຖານໂຄງລ່າງ

ທີ່ການຕ້ອນຮັບທ່ານ Lin Bai Feng, ປະທານພາກພື້ນ ອາຊີ - ປາຊີຟິກ ຂອງກຸ່ມບໍລິສັດ ເຕັກໂນໂລຢີ Huawei, ວິສາຫະກິດພວມເຄື່ອນໄຫວ ຢູ່ກ່ວາ 170 ປະເທດ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການເຄື່ອນໄຫວລົງທຶນດຳເນີນທຸລະກິດທີ່ມີປະສິດທິຜົນ ຂອງກຸ່ມບໍລິສັດ Huawei ໃນທົ່ວໂລກ, ທ່ານ ໄດ້ສະແດງຄວາມດີໃຈ ແລະ ຂອບໃຈ Huawei ທີ່ໄດ້ມີຄວາມເຊື່ອໝັ້ນ ແລະ ມາລົງທຶນທີ່ປະສົບຜົນສຳເລັດຢູ່ ຫວຽດນາມ.

ທີ່ການຕ້ອນຮັບທ່ານ Zhang Wen Ping ຮອງປະທານ ແລະ ການນຳກຸ່ມບໍລິສັດເຕັກນິກພະລັງງານຈີນ (Energy China), ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ, ສ້າງທຸກເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ຈີນ ເວົ້າລວມ ແລະ ກຸ່ມບໍລິສັດ Energy China ເວົ້າສະເພາະ ໃນການຜັນຂະຫຍາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະສົບຜົນສຳເລັດ ແລະ ຍືນຍົງຢູ່ ຫວຽດນາມ.    

ທີ່ການຕ້ອນຮັບທ່ານ Wang Dong Chu, ປະທານສະພາບໍລິຫານ ແລະ ຊີ້ນຳ ກຸ່ມບໍລິສັດ ກໍ່ສ້າງຄົມມະນາຄົມ ຈີນ (CCCC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ເລື່ອງ CCCC ປະຕິບັດສຳເລັດ ກ່ວາ 20 ໂຄງການຢູ່ ຫວຽດນາມ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ ແລະ ພະລັງງານ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ CCCC ນອກຈາກເປັນຜູ້ຮັບເໝົາ ເທົ່ານັ້ນ, ຫາກຍັງມີການ ຮ່ວມມືຫຼາຍກ່ວາອີກເຂົ້າໃນການໃຫ້ຄຳປຶກສາ, ລົງທຶນກໍ່ສ້າງບັນດາໂຄງການຄົມມະນາຄົມທີ່ສຳຄັນ, ເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ