ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໃຫ້​ການ​ຕ້ອນ​ຮັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

(VOVWORLD) - ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຫັນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຍີ່ປຸ່ນເປັນລະອຽດ, ເພື່ອສືບທອດ ແລະ ເສີມຂະຫຍາຍບັນດາມໍລະດົກທີ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ປະໄວ້ໃຫ້.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໃຫ້​ການ​ຕ້ອນ​ຮັບ​ທູດ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Suga Yoshihide ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ (ພາບ: VGP)

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທູດພິເສດ ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ Suga Yoshihide ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ໃນໂອກາດທ່ານ Suga ມາຢ້ຽມຢາມຫວຽດນາມ ເພື່ອວາງພວງມາລາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ການມີໜ້າຂອງທ່ານ Suga Yoshihide ແລະ ຄະນະຜູ້ແທນຍີ່ປຸ່ນ ແມ່ນການກະທຳສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມເຄົາລົບນັບຖືຂອງລັດຖະບານ,

ນາຍົກລັດຖະມົນຕີ ແລະ ປະຊາຊົນ ຍີ່ປຸ່ນ ຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຫັນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຍີ່ປຸ່ນເປັນລະອຽດ, ເພື່ອສືບທອດ ແລະ ເສີມຂະຫຍາຍບັນດາມໍລະດົກທີ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ປະໄວ້ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ