ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ, ເຕັກໂນໂລຢີດີຈີຕອນ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຕ້ອງໄດ້ຮັບການເອົາໃຈໃສ່ຊຸກຍູ້ກ່ວາອີກ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທີ່​ປຶກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ການຕ້ອນຮັບ ທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ (ພາບ: VGP)

ຕອນຄ່ຳວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນື່ອງໃນໂອກາດທ່ານມາເຂົ້າຮ່ວມງານສົບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີສອງປະເທດສືບຕໍ່ສົມທົບກັນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃຫ້ພັດທະນາຢ່າງແຮງກ່ວາອີກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ, ເຕັກໂນໂລຢີດີຈີຕອນ ແມ່ນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຕ້ອງໄດ້ຮັບການເອົາໃຈໃສ່ຊຸກຍູ້ກ່ວາອີກ.

ສ່ວນທ່ານ Ajit Doval ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງແມ່ນການນຳທີ່ມີຄວາມຮູ້ວິຊາການເລິກເຊິ່ງ ໂດຍປະຊາຊົນສາກົນໃນນັ້ນມີປະຊາຊົນ ອິນເດຍ ໄດ້ເຄົາລົບນັບຖື, ພ້ອມທັງສະແດງຄວາມເຄົາລົບຕໍ່ການປະກອບສ່ວນສຳຄັນຂອງທ່ານເລຂາທິການໃຫຍ່ຕໍ່ການເພີ່ມທະວີການພົວພັນຫວຽດນາມ ແລະ ອິນເດຍ ໃນຫຼາຍຕຳແໜ່ງທີ່ແຕກຕ່າງກັນ. ທ່ານ Ajit Doval ຢັ້ງຢືນວ່າ ລັດຖະບານອິນເດຍ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສອງປະເທດ ແລະ ປາດຖະໜາຢາກນຳການພົວພັນສອງປະເທດສືບຕໍ່ເຂົ້າສູ່ລວງເລິກ, ເປັນຕົ້ນແມ່ນໃນຂົງເຂດທີ່ມີແຕ່ດົນນານຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ ກໍ່ຄືເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ