ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​, ຜູ້​ອຳ​ນວຍ​ການ​ໃຫຍ່​ທົ່ວ​ໂລກ​ຂອງ​ກຸ່ມ​ບໍ​ລິ​ສັດເຕັກ​ໂນ​ໂລ​ຢີ Amkor

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ແລະ ອາເມລິກາ ຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຫັນດີເປັນເອກະພາບນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​, ຜູ້​ອຳ​ນວຍ​ການ​ໃຫຍ່​ທົ່ວ​ໂລກ​ຂອງ​ກຸ່ມ​ບໍ​ລິ​ສັດເຕັກ​ໂນ​ໂລ​ຢີ Amkor - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງປະທານ, ຜູ້ອຳນວຍການໃຫຍ່ທົ່ວໂລກຂອງກຸ່ມບໍລິສັດເຕັກໂນໂລຢີ Amkor (ພາບ: TTXVN)

ຕອນບ່າຍວັນທີ 12 ຕຸລາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Ji Rong Rip ຮອງປະທານ, ຜູ້ອຳນວຍການໃຫຍ່ທົ່ວໂລກ ຂອງກຸ່ມບໍລິສັດເຕັກໂນໂລຢີ Amkor (ອາເມລິກາ, ສ.ເກາຫຼີ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ແລະ ອາເມລິກາ ຫາກໍ່ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເຫັນດີເປັນເອກະພາບນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ກາຍເປັນເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ພວມຄົ້ນຄ້ວາ, ສ້າງຍຸດທະສາດພັດທະນາ, ແຜນການພັດທະນາແຫຼ່ງຊັບພະຍາກອນມະນຸດ ພ້ອມກັບລະບອບລະບຽບການ, ນະໂຍບາຍ, ກົນໄກເໝາະສົມເພື່ອດຶງດູດບັນດາວິສາຫະກິດໃນການຜະລິດ, ອອກແບບເຄິ່ງຊັກນຳ ແຖວໜ້າຂອງໂລກ, ໃນນັ້ນມີອາເມລິກາ ແລະ ສ.ເກົາຫຼີ ເຂົ້າມາ ຫວຽດນາມ.

ທ່ານ Ji Rong Rip ຮອງປະທານ, ຜູ້ອຳນວຍການໃຫຍ່ Amkor ຢັ້ງຢືນວ່າ ກຸ່ມບໍລິສັດຈະສືບຕໍ່ລົງທຶນເຂົ້າ ຫວຽດນາມ, ສ້າງສະພາບນິເວດເຄິ່ງຊັກນຳ ຂອງ ກຸ່ມບໍລິສັດ ຫວຽດນາມ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ທ່ານຢັ້ງຢືນວ່າ Amkor ຢາກເພີ່ມວີການນຳໃຊ້ນັກວິສະວະກອນ, ບຸກຄະລາກອນທີ່ມີຄຸນນະພາບສູງ ຢູ່ ຫວຽດນາມ, ສົມທົບກັບການລະດົມບັນດາ ນັກວິສະວະກອນ, ນັກຊ່ຽວຊານທີ່ມີລະດັບສູງ ຈາກບັນດາຮາກຖານຕ່າງໆໃນທົ່ວໂລກ ຂອງກຸ່ມບໍລິສັດ.

ຕອບກັບ

ຂ່າວ/ບົດ​ອື່ນ