ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫ​ະ​ກິດ ໃຫຍ່ຢູ່ ຍີ່​ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບບັນດາວິສາຫະກິດໃຫຍ່ຢູ່ຍີ່ປຸ່ນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫ​ະ​ກິດ ໃຫຍ່ຢູ່ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Akio Yoshida, ປະທານບໍລິຫານກຸ່ມບໍລິສັດ AEON (ພາບ: VOV)

ທີ່ການຕ້ອນຮັບ ທ່ານ Akio Yoshida, ປະທານບໍລິຫານກຸ່ມບໍລິສັດ AEON, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງສະເໜີ້ໃຫ້ກຸ່ມບໍລິສັດ AEON ສືບຕໍ່ລົງທຶນກໍ່ສ້າງບັນດາສູນການຄ້າ, ເຂດ Outletຢູ່ຊານເມືອງ, ສົມທົບການຊື້ເຄື່ອງຂອງກັບການລະຫຼິ້ນບັນເທິງ, AEON ເພີ່ມທະວີການນຳເຂົ້າ ແລະ ນຳສິນຄ້າ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ເປັນຕົ້ນແມ່ນບັນດາສິ້ນຄ້າທີ່ເປັນທ່າແຮງຂອງ ຫວຽດນາມຄື: ເກີດໜັງ, ສິນທະເລ, ທັນຍາຫານ, ອາຫານ.

ສ່ວນທ່ານ Akio Yoshida ໃຫ້ຮູ້ວ່າ AEON ຈະຂະຫຍາຍສູນການຄ້າປະທານ 20 ແຫ່ງຢູ່ ຫວຽດນາມ, ສຸມໃສ່ດຳເນີນທຸລະກິດຮ້ານສັບພະສິນຄ້າ ແລະ ເຂດລະຫຼິ້ນບັນເທິງ. ໄປຄຽງຄູ່ກັນນັ້ນ, ກຸ່ມບໍລິສັດກໍ່ເປີດກວ້າງການນຳເຂົ້າສິນຄ້າ ຫວຽດນາມ ເພື່ອຈຳໜ່າຍ ຢູ່ສູນການຄ້າ ກ່ວາ 20.000ແຫ່ງຢູ່ຍີ່ປຸ່ນ. AEON ກໍ່ຈະສະຫງວນທຶນການສຶກສາໜູນຊ່ວຍ ຫວຽດນາມໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ທີ່ການຕ້ອນຮັບການນຳກຸ່ມບໍລິສັດ Mitsui ສະມາຊິກອົງການຮ່ວມທຸລະກິດບັນດານັກລົງທຶນ ອາຍແກັດ ເແປງ B - ໂອມົນ ຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ Mitsui ສືບຕໍ່ຮ່ວມມືລົງທຶນຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດພັດທະນາພະລັງງານສີຂຽວ, ພະລັງງານສະອາດ, ເໝາະສົມກັບທ່າອ່ຽງຂອງໂລກ ແລະ ຊ່ວຍຫວຽດນາມ ປະຕິບັດເປົ້າໝາຍຫຼຸດການປ່ອຍອາຍພິດລົງເປັນ 0 ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ