ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ຜູ້ກໍ່ຕັ້ງ​ກຸ່ມ​ບໍ​ລິ​ສັດ Infosys, ອິນ​ເດຍ

(VOVWORLD) - Infosys ພ້ອມແລ້ວທີ່ຈະຮ່ວມມື, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ນະວັດຕະກຳ, big Data, ປັນຍາປະດິດ, cloud computing… 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ຜູ້ກໍ່ຕັ້ງ​ກຸ່ມ​ບໍ​ລິ​ສັດ Infosys, ອິນ​ເດຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nagavara Ramaroa Narayana Murthy ອະດີດປະທານ, ຜູ້ກໍ່ຕັ້ງ Infosys (ພາບ: VGP)

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Nagavara Ramaroa Narayana Murthy ອະດີດປະທານ, ຜູ້ກໍ່ຕັ້ງ Infosys ກຸ່ມບໍລິສັດເຕັກໂນໂລຢີ ຂໍ້ມູນຂ່າວສານແຖວໜ້າ ອິນເດຍ ດ້ວຍທຶນຂຶ້ນເຖິງ 70 ຕື້ USD, ມີພະນັກງານກ່ວາ 320.000 ຄົນ ແລະ ລາຍຮັບແຕ່ລະປີບັນລຸກ່ວາ 18 ຕື້ USD.

ໂດຍສະແດງຄວາມຍິນດີ ທີ່ ທ່ານ Narayana Murthy ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ທ່ານເອງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຫັນດີເປັນເອກະພາບ ສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ໃຫ້ຫຼາຍກ່ວາອີກ ເພື່ອສົມກັບຄວາມສາມາດບົ່ມຊ້ອນກໍ່ຄືຂອບຂະໜາດຂອງການພົວພັນ ຫວຽດນາມ - ອິນເດຍ.

ສ່ວນທ່ານ ອະດີດປະທານ ກຸ່ມບໍລິສັດ Infosys ໄດ້ສະແດງຄວາມເຄົາລົບນັບຖື ຫວຽດນາມ ໃນການສ້າງສາ, ພັດທະນາປະເທດຊາດ, ເຫັນດີເປັນເອກະພາບກັບບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານຕີລາຄາສູງວິໄສທັດຂອງ ຫວຽດນາມ ໃນການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ; ທ່ານໃຫ້ຮູ້ວ່າ Infosys ພ້ອມແລ້ວທີ່ຈະຮ່ວມມື, ຮ່ວມເດີນທາງກັບ ຫວຽດນາມ ໃນການພັດທະນາຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ, ນະວັດຕະກຳ, big Data, ປັນຍາປະດິດ, cloud computing… ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ