ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ລາວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ສະແດງຄວາມພາກພູມໃຈເມື່ອການພົວພັນຮ່ວມມືສອງປະເທດ ສືບຕໍ່ມີບາດກ້າວພັດທະນາຢ່າງແຮງ, ການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸເກືອບ 928 ລ້ານ USD, ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ

ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ, ປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ເພັດ ພົມພິພັກ ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ ເພັດ ພົມພິພັກ ໄດ້ສະແດງຄວາມພາກພູມໃຈເມື່ອການພົວພັນຮ່ວມມືສອງປະເທດ ສືບຕໍ່ມີບາດກ້າວພັດທະນາຢ່າງແຮງ, ການຄ້າສອງຝ່າຍໃນ 6 ເດືອນຕົ້ນປີ 2024 ບັນລຸເກືອບ 928 ລ້ານ USD, ເພີ່ມຂຶ້ນ 11,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ຫວຽດນາມ ສືບຕໍ່ຮັກສາເປັນນັກລົງທຶນໃຫຍ່ອັນດັບທີ 3 ຢູ່ລາວ, ມາຮອດປັດຈຸບັນມີ 255 ໂຄງການ, ມີຍອດເງິນລົງທຶນຈົດທະບຽນ 5,5 ຕື້ USD, ມີຫຼາຍໂຄງການເຄື່ອນໄຫວມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ແກ່ຜູ້ອອກແຮງງານນັບພັນຄົນ, ເພີ່ມເຕີມແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດລາວ…

ສ່ວນທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພັດ ພົມພິພັກ ແຈ້ງໃຫ້ນາຍົກລັດຖະມົນຕີ ຊາບວ່າ ກ່ຽວກັບບັນດາການເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໃນໄລຍະຈະມາເຖິງ, ກໍ່ຄືໝາກຜົນຂອງກອງປະຊຸມຜັນຂະຫຍາຍຂໍ້ຕົກລົງແຜນການຮ່ວມມື ຫວຽດນາມ - ລາວ ປີ 2024 ແລະ ສຳຫຼວດກວດຄືນຊຸກຍູ້ການປະຕິບັດ ສົນທິສັນຍາຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໃນໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ