ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິ​ນ​ເດຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ການພົວພັນສອງປະເທດຈະກ້າວເຂົ້າສູ່ຍຸກສະໄໝໃໝ່, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກ, ມີປະສິດທິຜົນກ່ວາອີກ, ຕອບສະໜອງຄວາມມຸ່ງຫວັງຂອງການນຳ ແລະ ປະຊາຊົນສອງປະເທດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິ​ນ​ເດຍ - ảnh 1

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງ ນິວເດລີ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Subrahmanyam Jaishankar. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ Subrahmanyam Jaishankar ໄດ້ຢັ້ງຢືນວ່າ ລັດຖະບານ ອິນເດຍ ຖື ການຢ້ຽມຢາມຄັ້ງນີ້ ເປັນສຳຄັນທີ່ສຸດ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຈະນຳກຳລັງໜູນຢ່າງແຮງໃຫ້ແກ່ການພົວພັນ ຫວຽດນາມ - ອິນເດຍ ໃນໄລຍະຈະມາເຖິງ, ທ່ານຢັ້ງຢືນວ່າ ຈະມານະພະຍາຍາມຮ່ວມມືກັບ ກະຊວງການຕ່າງປະເທດ ຫວຽດນາມ ເພື່ອຍູ້ແຮງການພົວພັນລະຫວ່າງ ຫວຽດນາມ - ອິນເດຍໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາວ່າ ຜ່ານການຢ້ຽມຢາມຄັ້ງນີ້, ການພົວພັນສອງປະເທດຈະກ້າວເຂົ້າສູ່ຍຸກສະໄໝໃໝ່, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈຢ່າງເລິກເຊິ່ງກ່ວາອີກ, ມີປະສິດທິຜົນກ່ວາອີກ, ຕອບສະໜອງຄວາມມຸ່ງຫວັງຂອງການນຳ ແລະ ປະຊາຊົນສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ປາດຖະໜາຢາກແລກປ່ຽນກັບຝ່າຍ ອິນເດຍ ກ່ຽວກັບບັນດາຈຸດສຸມການຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ພົບປະແລກປ່ຽນທ້ອງຖິ່ນ, ພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ…

ສອງຝ່າຍກໍ່ເຫັນດີເປັນເອກະພາບສືບຕໍ່ຮ່ວມມືຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນສະໜັບສະໜູນຫຼັກໝັ້ນ ຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ