ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ

(VOVWORLD) -ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີໃຫ້ສອງຝ່າຍ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງສອງປະເທດໄດ້ແຊກຊຶມເຂົ້າຕະຫລາດຂອງແຕ່ລະປະເທດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ . ພາບ: TTXVN

ວັນທີ 19 ຕຸລາ, ຢູ່ ນະຄອນຫລວງ Riyadh, ໂດຍສືບຕໍ່ການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ຊາອຸດິ ອາຣັບບີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ ແລະ ທ່ານ Ahmed Al-Rajhi ລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດ ແລະ ພັດທະນາສັງຄົມ ຊາອຸດິ ອາຣັບບີ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີໃຫ້ສອງຝ່າຍ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງສອງປະເທດໄດ້ແຊກຊຶມເຂົ້າຕະຫລາດຂອງແຕ່ລະປະເທດ, ສົມທົບກັນປຶກສາຫາລືແກ້ໄຂຂໍ້ຕິດຄັດໃນການສົ່ງອອກສິນໃນນ້ຳຂອງຫວຽດນາມ ໄປຍັງ ຊາອຸດິ ອາຣັບບີ; ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນ ປະຊາຊົນ, ວັດທະນະທຳ, ແບ່ງປັນບົດຮຽນປະສົບການ ຍູ້ແຮງການເຊື່ອມຕໍ່ຄົມມະນາຄົມ, ການບິນ.

 ທ່ານ Faisal Al-Ibrahim ລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ ຕີລາຄາສູງຜົນງານຂອງລັດຖະບານ ຫວຽດນາມ ໃນການບໍລິຫານ ແລະ ພັດທະນາເສດຖະກິດ, ຢັ້ງຢືນ ຈະສົມທົບກັນຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການຂອງຫວຽດນາມ ໃນກົນໄກຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ຊາອຸດິ ອາຣັບບີ ໃນໄລຍະຈະມາເຖິງເພື່ອເຮັດໃຫ້ການພົວພັນຮ່ວມມືເສດຖະກິດ ກັບຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ພິເສດແມ່ນການຄ້າການລົງທຶນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີເສດຖະກິດ ແລະ ແຜນການ ຊາອຸດິ ອາຣັບບີ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Ahmed Al-Rajhi ລັດຖະມົນຕີກະຊວງແຫລ່ງຊັບພະຍາກອນມະນຸດ ແລະ ພັດທະນາສັງຄົມ ຊາອຸດິ ອາຣັບບີ. ພາບ: TTXVN
 

ຕອບກັບ

ຂ່າວ/ບົດ​ອື່ນ