ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ລາວ ຄຳ​ເພົາ ເອີນ​ທະ​ວັນ

(VOVWORLD) - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດມາປະຕິບັດໜ້າທີ່ຢູ່ ຫວຽດນາມ.



ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ລາວ ຄຳ​ເພົາ ເອີນ​ທະ​ວັນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານນາງ ຄຳເພົວ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ (ພາບ: TTXVN)

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ສືບຕໍ່ໜູນຊ່ວຍ ລາວ ຈົນສຸດຄວາມສາມາດຂອງຕົນ ບົນຈິດໃຈເຄົາລົບເອກະລາດ, ອະທິປະໄຕຂອງ ລາວ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງຝ່າຍຕ້ອງຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາກົນໄກຮ່ວມມືສອງຝ່າຍ ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະ ໂຄສະນາໃນປະຊາຊົນສອງປະເທດ, ເປັນຕົ້ນແມ່ນ ລຸ້ນໜຸ່ມ, ກ່ຽວກັບມູນເຊື້ອອັນລ້ຳຄ່າ ແລະ ການພົວພັນທີ່ມີໜຶ່ງບໍ່ມີສອງ.

   ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Choi Young Sam ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ສອງປະເທດຄວນເພີ່ມທະວີການພົວພັນດ້ານການເມືອງ ແລະ ຮ່ວມມືໃນບັນດາຂົງເຂດ, ໃນນັ້ນມີການຮັກສາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນຄັ້ງຕ່າງໆເປັນປະຈຳ ດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ກໍ່ຄືປະຕິບັດ “ໂຄງການກະທຳກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີ” ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ