ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ມາ​ຮອດ Dubai ເລີ່ມ​ຕົ້ນ​ກ​ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP28

(VOVWORLD) - ຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ຢູ່ສະໜາມບິນ, ມີຜູ້ຕາງໜ້າຄະນະຈັດຕັ້ງ ກອງປະຊຸມ COP28; ຜູ້ຕາງໜ້າກະຊວງການຕ່າງປະເທດ UAE, ທ່ານ ຫງວຽນແມັ້ງຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UAE ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ຈຳນວນໜຶ່ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ມາ​ຮອດ Dubai ເລີ່ມ​ຕົ້ນ​ກ​ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ COP28 - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ທີ່ສະໜາມບິນ (ພາບ: TTXVN)

ພາຍຫຼັງສິ້ນສຸດ ການຢ້ຽມຢາມ ຕວັກກີ ຢ່າງຈົບງາມ, ຕອນຄ່ຳວັນທີ 30 ພະຈິກ (ຕາມເວລາທ້ອງຖິ່ນ), ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Al Makhtoum ຂອງ ນະຄອນ Dubai, ສະຫະລັດ ອາຣັບ ເອມິເລດ (UAE), ເລີ່ມຕົ້ນການປະຕິບັດງານ ເຂົ້າຮ່ວມກອງປະຊຸມສຸດຍອດ ການກະທຳເພື່ອດິນຟ້າອາກາດ ໂລກ ໃນຂອງເຂດກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 28).

ຕ້ອນຮັບທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ຢູ່ສະໜາມບິນ, ມີຜູ້ຕາງໜ້າຄະນະຈັດຕັ້ງ ກອງປະຊຸມ COP28; ຜູ້ຕາງໜ້າກະຊວງການຕ່າງປະເທດ UAE, ທ່ານ ຫງວຽນແມັ້ງຕວັນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UAE ແລະ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ຈຳນວນໜຶ່ງ.

ຕອນເຊົ້າວັນທີ 1 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງແຫຼ່ງຊັບພະຍາກອນ UAE ແລະ ລັດຖະມົນຕີເສດຖະກິດ UAE Abdulla Bin Touq Al-Marri, ເຂົ້າຮ່ວມພິທີໄຂກອງປະຊຸມ COP28.

ຕອບກັບ

ຂ່າວ/ບົດ​ອື່ນ