ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານສະພາການຮ່ວມມືເຂດອ່າວເປີເຊຍ

(VOVWORLD) - ຫວຽດນາມ ຖືເປັນສຳຄັນເລື່ອງຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ GCC ແລະ ບັນດາປະເທດສະມາຊິກ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານສະພາການຮ່ວມມືເຂດອ່າວເປີເຊຍ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ພົບປະກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi)

        ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ແລະ ຢ້ຽມຢາມລາຊະອານາຈັກ ຊະອຸດີ ອາຣັບບີ, ຕອນບ່າຍວັນທີ 19 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມສຳນັກງານ ສະພາການຮ່ວມມືເຂດອ່າວເປີເຊຍ (GCC), ພົບປະກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະເລຂາ GCC.

        ທີ່ການແລກປ່ຽນກັບທ່ານເລຂານຸການໃຫຍ່ GCC Jassim Muhammad Al-Budaiwi, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງ ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ GCC ແລະ ບັນດາປະເທດສະມາຊິກ, ທ່ານເນັ້ນໜັກວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວຕໍ່, ຊຸກຍູ້ການຮ່ວມມື ອາຊຽນ - GCC.

          ສ່ວນທ່ານເລຂານຸການໃຫຍ່ GCC, Jassim Muhammad Al-Budaiwi, ຢືນຢັນວ່າ ທັງໝົດ 6 ປະເທດເຂດອ່າວເປີເຊີຍ ລ້ວນແຕ່ມີການພົວພັນອັນດີງາມກັບ ຫວຽດນາມ ແລະ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ, ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາປະເທດສະມາຊິກໃນບັນດາຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານສະພາການຮ່ວມມືເຂດອ່າວເປີເຊຍ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຫົວໜ້າຝ່າຍບໍລິຫານກອງທຶນພັດທະນາ ຊະອຸດີ ອາຣັບບີ)

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບການນຳບາງກຸ່ມບໍລິສັດເສດຖະກິດ, ກອງທຶນໃຫຍ່ຂອງ ຊະອຸດີ ອາຣັບບີ, ລວມມີ: ກຸ່ມບໍລິສັດ Aramco, ກອງທຶນພັດທະນາ ຊະອຸດີ ອາຣັບບີ, ກອງທຶນລົງທຶນສາທາລະນະ ຊະອຸດີ ອາຣັບບີ.

ຕອບກັບ

ຂ່າວ/ບົດ​ອື່ນ