ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດນະຄອນຫຼວງ ນິວເດລີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ

(VOVWORLD) - ໃນການຢ້ຽມຢາມ, ດ້ານໜຶ່ງ 2 ຝ່າຍປັບປຸງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ດ້ານໜຶ່ງເປີດກວ້າງບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຮອດນະຄອນຫຼວງ ນິວເດລີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ອິນເດຍ)

        ວັນທີ 30 ກໍລະກົດ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຈອດຢູ່ສະໜາມບິນທະຫານ Palam, ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ປະເທດ ອາຊີໃຕ້ນີ້, ແຕ່ວັນທີ 30 ກໍລະກົດ ແລະ 01 ສິງຫາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi.

        ຄາດວ່າໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະມີບັນດາການເຈລະຈາ ແລະ ພົບປະແລກປ່ຽນກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານປະທານາທິບໍດີ Droupadi Murmu, ທ່ານປະທານສະພາສູງ Jagdeep Dhankhar ແລະ ທ່ານປະທານສະພາຕ່ຳ Om Birla. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຈະພົບປະກັບການນຳພັກການເມືອງ ອິນເດຍ ຈຳນວນໜຶ່ງ; ເຂົ້າຮ່ວມບັນດາເວທີປາໄສ, ການໂອ້ລົມສົນທະນາກັບວິສາຫະກິດຂອງ 2 ປະເທດ; ຕ້ອນຮັບບັນດາການນຳກຸ່ມບໍລິສັດເສດຖະກິດແຖວໜ້າຂອງ ອິນເດຍ…

        ໃນການຢ້ຽມຢາມ, ດ້ານໜຶ່ງ 2 ຝ່າຍປັບປຸງບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ດ້ານໜຶ່ງເປີດກວ້າງບັນດາຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄື: ເອເລັກໂຕນິກ, ໂທລະຄົມມະນາຄົມ, ການຢາ, ພະລັງງານທົດແທນ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ… ການຢ້ຽມຢາມຈະປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າອີກ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນໜຶ່ງໃນບັນດາການນຳຕ່າງປະເທດຄົນທຳອິດໄດ້ຮັບການເຊື້ອເຊີນຢ້ຽມຢາມ ອິນເດຍ, ພາຍຫຼັງ ອິນເດຍ ເລືອກຕັ້ງສະພາຕ່ຳ ແລະ ລັດຖະບານຊຸດໃໝ່ເມື່ອເດືອນ ມິຖຸນາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ