ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອົດ​ສະ​ຕາ​ລີ

(VOVWORLD) - ພໍ່ແມ່ຊາວຫວຽດນາມ ອາໄສ ຢູ່ ອົດສະຕາລີ ສືບຕໍ່ຮ່ວມແຮງຮ່ວມໃຈສ້າງປະຊາຄົມສາມັກຄີ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພາສາ ຫວຽດ; ຈັດຫຼາຍກິດຈະກຳທີ່ແທດຈິງກວ່າອີກ ເພື່ອອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່, ປະກອບສ່ວນເຂົ້າໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດ; ຍາມໃດຖືຈິດໃຈເປັນຄົນ ຫວຽດ ແລະ ມີຄວາມເອກອ້າງທະນົງໃຈວ່າເປັນຄົນ ຫວຽດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ໃນລາຍການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ຕອນຄ່ຳວັນທີ 7 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ເລທິບິກເຈິນ ໄດ້ພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ ພັກ, ລັດ ຍາມໃດກໍເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ພໍ່ແມ່ຊາວຫວຽດນາມ ອາໄສ ຢູ່ ອົດສະຕາລີ ສືບຕໍ່ຮ່ວມແຮງຮ່ວມໃຈສ້າງປະຊາຄົມສາມັກຄີ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ພາສາ ຫວຽດ; ຈັດຫຼາຍກິດຈະກຳທີ່ແທດຈິງກວ່າອີກ ເພື່ອອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່, ປະກອບສ່ວນເຂົ້າໃນວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດ; ຍາມໃດຖືຈິດໃຈເປັນຄົນ ຫວຽດ ແລະ ມີຄວາມເອກອ້າງທະນົງໃຈວ່າເປັນຄົນ ຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ