ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ASEAN BAC ຕ້ອງ​ປະ​ຕິ​ບັດ 5 ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ ແລະ ປ​ຊ​ຊ ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ  ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ລາວ ຈັດກອງປະຊຸມຂັ້ນສູງ ອາຊຽນ 44-45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງສຳເລັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ASEAN BAC ຕ້ອງ​ປະ​ຕິ​ບັດ 5 ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ ແລະ ປ​ຊ​ຊ ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1(ພາບ: TTXVN)

   ຕອນບ່າຍວັນທີ 13 ກັນຍາ, ຢູສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບຄະນະບັນດາປະທານສະພາທີ່ປຶກສາດຳເນີນທຸລະກິດ ອາຊຽນ (ASEAN BAC) ປະເທດຕ່າງໆ ໂດຍທ່ານ ອຸເດດ ສຸພານຸວົງ, ປະທານ ປີ 2024 ທັງແມ່ນປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ລາວ ນຳໜ້າ ເນື່ອງໃນໂອກາດມາ ຮ່າໂນ້ຍ ເຂົ້າຮ່ວມສະໄໝປະຊຸມຄັ້ງທີ 101 ຂອງ ASEAN BAC .

      ທ່ານປະທານ ASEAN BAC ປະເທດຕ່າງໆ ໄດ້ຊົມເຊີຍບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ ໃນການພັດທະນາເສດຖະກິດ ສັງຄົມໃນຊຸມປິຜ່ານມາ; ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າໃນການສ້າງ ອາຊຽນ ເຂັ້ມແຂງ, ສະໜິດຕິດພັນ; ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນການຮ່ວມມືພາກພື້ນແມ່ຂອງເປີດກ້ວາງ.

  ສ່ວນທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ  ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ລາວ ຈັດກອງປະຊຸມຂັ້ນສູງ ອາຊຽນ 44-45 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງສຳເລັດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ນັບມື້ນັບສາມັກຄີ, ໝັ້ນຄົງເຂັ້ມແຂງ.

   ທ່ານໃຫ້ຮູ້ວ່າ ຈະຮຽກຮ້ອງການນຳບັນດາປະເທດ ອາຊຽນ ມີນະໂຍບາຍບຸລິມະສິດໃຫ້ແກ່ບັນດາວິສາຫະກິດ ອາຊຽນ; ພ້ອມທັງປາດຖະໜາວ່າ ບັນດາວິສາຫະກິດຈະປ່ຽນໃໝ່ຈິນຕະນາການ, ວິທີເຮັດ, ລະດົມແຫຼ່ງກຳລັງພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ບັນດາສະມາຊິກ ASEAN BAC ຈະສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ນຳ ອາຊຽນ ກາຍເປັນສະຖານທີ່ດຶງດູດແຖວໜ້າຂອງບັນດານັກລົງທຶນ ແລະ ປະກອບສ່ວນຊຸກຍູ້ ອາຊຽນ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ