ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

(VOVWORLD) -ພາຍຫຼັງເຮືອບິນລຳດັ່ງກ່າວລົງຈອດຢູ່ ສະໜາມບິນ ໂນ້ຍບ່າຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດພິທີມອບວັກຊິນ ແລະ ເງິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍລັດຖະບານ, ວິສາຫະກິດ ຍີ່ປຸ່ນ ມອບໃຫ້ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ກັບເມືອຮອດ ຮ່າໂນ້ຍ
(ພາບ: TTXVN)

ຕອນຄ່ຳວັນທີ 25 ພະຈິກ, ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບເມືອຮອດ ຮ່າໂນ້ຍ ສິ້ນສຸດການເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ໃນລະຫວ່າງວັນທີ 22 – 25 ພະຈິກ, ຕາມຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

        ພາຍຫຼັງເຮືອບິນລຳດັ່ງກ່າວລົງຈອດຢູ່ ສະໜາມບິນ ໂນ້ຍບ່າຍ, ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ຈັດພິທີມອບວັກຊິນ ແລະ ເງິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໂດຍລັດຖະບານ, ວິສາຫະກິດ ຍີ່ປຸ່ນ ມອບໃຫ້ ຫວຽດນາມ, ໃນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ.

        ທີ່ພິທີມອບ-ຮັບ, ຄະນະຜູ້ແທນໄດ້ມອບໃຫ້ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ, ຜູ້ຕາງໜ້າກະຊວງສາທາລະນະສຸກ ວັກຊິນ AstraZeneca ຈຳນວນ 1.540.000 ໂດສ ໂດຍລັດຖະບານ ຍີ່ປຸ່ນ ຊ່ວຍເຫຼືອຫຼ້າ.

ຄະນະປະຕິບັດງານໄດ້ມອບຈຳນວນເງິນ 1 ລ້ານ USD ໃຫ້ທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫວໍ້ແທ່ງຮືງ, ຕາງໜ້າໃຫ້ກະຊວງການເງິນ, ໂດຍທະນາຄານ Sumitomo Mitsui (SMBC) ອຸປະຖຳໃຫ້ແກ່ລັດຖະບານ ຫວຽດນາມ ຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ພາຍຫຼັງສິ້ນສຸດການໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ໃນການຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກວ່າ: ການຢ້ຽມຢາມ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບ ຍີ່ປຸ່ນ ໃຫ້ເຂົ້າສູ່ລວງເລິກ, ຍົກລະດັບ ແລະ ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດໃຫ້ແທດຈິງກວ່າ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເມືອງ, ການທູດ, ການປ້ອງກັນຊາດ ແລະ ຄວາມໝັ້ນຄົງ… ການຢ້ຽມຢາມຍັງສະແດງໃຫ້ເຫັນຄວາມມີຊີວິດຊີວາກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ພ້ອມກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງການນຳພັກ, ລັດ, ສະພາແຫ່ງຊາດແລ້ວ, ການໄປປະຕິບັດງານຍັງໄດ້ຢືນຢັນຄວາມຕັດສິນໃຈຍູ້ແຮງວຽກງານເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ປັບປຸງການພົວພັນທາງການທູດກັບບັນດາປະເທດ, ຄູ່ຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ