ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ກຳລັງແພດໝໍໄດ້ປະກອບສ່ວນສຳຄັນທີ່ສຸດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ພັກ, ລັດ, ປະເທດມີຄວາມເຂົ້າໃຈສິ່ງທີ່ແພດໝໍໄດ້ເຮັດໃນຕະຫອດ 2 ປີຜ່ານມາ, ພິເສດແມ່ນການແຜ່ລະບາດຄັ້ງທີ 4 ຢ່າງຮ້າຍແຮງຍ້ອນໂລກລະບາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ກຳລັງແພດໝໍໄດ້ປະກອບສ່ວນສຳຄັນທີ່ສຸດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ພົບປະກັບກຳລັງແພດໝໍ
(ພາບ: VGP)

ຕອນບ່າຍວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ພົບປະກັບກຳລັງແພດໝໍແນວໜ້າດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນເປີດສາກການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ພັກ, ລັດ, ປະເທດມີຄວາມເຂົ້າໃຈສິ່ງທີ່ແພດໝໍໄດ້ເຮັດໃນຕະຫອດ 2 ປີຜ່ານມາ, ພິເສດແມ່ນການແຜ່ລະບາດຄັ້ງທີ 4 ຢ່າງຮ້າຍແຮງຍ້ອນໂລກລະບາດ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ການຮ່ວມແຮງຮ່ວມໃຈສະໜັບສະໜູນຂອງປະຊາຊົນ, ກຳລັງແພດໝໍ ໄດ້ປະກອບສ່ວນສຳຄັນທີ່ສຸດ, ແມ່ນກຳລັງແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມກັບກອງທັບ, ຕຳຫຼວດ ແລະ ກຳລັງອື່ນໆ. ໂລກລະບາດຍັງຈະຜັນແປໄປຢ່າງສັບສົນ, ຍາກທີ່ຈະຄາດຄະເນໄດ້ ແລະ ອາດຈະແຜ່ລະບາດຮອບໃໝ່, ບັນດາໄວຣັດສາຍພັນໃໝ່ຕື່ມອີກ, ສະນັ້ນບໍ່ໄດ້ຂາດຄວາມລະມັດລະວັງ, ປະໝາດ.

        ກໍ່ທີ່ການພົບປະ, ບັນດາອົງການຈັດຕັ້ງໄດ້ຈັດການຍ້ອງຍໍຊົມເຊີຍ, ລະດົມກຳລັງໃຈບາງໝູ່ຄະນະ, ສ່ວນບຸກຄົນດີເດັ່ນທີ່ມີຜົນງານຫຼາຍຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ