ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກຢ່າງມີປະສິດທິຜົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ເນັ້ນໜັກເຖິງການປັບປຸງ, ເພີ່ມທະວີບົດບາດຂອງສະຫະປະຊາຊາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກໆປະເທດ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍທົ່ວໂລກຢ່າງມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລືລວມ
(ພາບ: TTXVN)

          ຕອນບ່າຍວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ວາລະປຶກສາຫາລືລວມຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78, ຢູ່ນະຄອນ ນິວຢອກ, ປະເທດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີບົດກ່າວປາໄສດ້ວຍຫົວຂໍ້ “ພ້ອມກັນມານະພະຍາຍາມເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສະແດງໃຫ້ເຫັນຄວາມຈິງໃຈ, ເພີ່ມທະວີຄວາມສາມັກຄີ, ຊຸກຍູ້ການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ຮັບມືກັບບັນດາສິ່ງທ້າທາຍມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ, ທົ່ວປວງຊົນ, ຊຸກຍູ້ການພັດທະນາແບບຍືນຍົງ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແມ່ນກຳລັງໜູນ ແລະ ແມ່ນແຫຼ່ງກຳລັງຂອງການພັດທະນາ”.

          ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ເນັ້ນໜັກເຖິງການປັບປຸງ, ເພີ່ມທະວີບົດບາດຂອງສະຫະປະຊາຊາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກໆປະເທດ ພ້ອມກັນຮ່ວມແຮງຮ່ວມໃຈແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ຊຸກຍູ້ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງວັດທະນາຖາວອນໃນທົ່ວໂລກ.

          “ຂ້າພະເຈົ້າຖືວ່າ, ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ຕ້ອງມີບັນດາມາດຕະການແກ້ໄຂທົ່ວໂລກ; ພ້ອມກັນນັ້ນ, ບັນດາບັນຫາດັ່ງກ່າວກໍ່ໄດ້ສົ່ງຜົນກະທົບເຖິງທຸກໆປະເທດ, ສະນັ້ນຕ້ອງມີວິທີສຳຜັດທົ່ວປວງຊົນ, ສັງລວມ, ຮອບດ້ານ ແລະ ກວມລວມ. ຖືເອົາຄວາມຈິງໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດເປັນປະຖົມປັດໄຈ, ຍົກລະດັບຄວາມຮັບຜິດຊອບຂອງບັນດາປະເທດເປັນພື້ນຖານ. ຄວາມຮັບຜິດຊອບແມ່ນການປະຕິບັດຕາມບັນດາຄຳໝັ້ນສັນຍາສາກົນ, ກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ. ໃນນັ້ນ, ບັນດາປະເທດໃຫຍ່ໄດ້ສວມບົດບາດສຳຄັນຍິ່ງ, ນຳໜ້າໃນການເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ, ແຜ່ຂະຫຍາຍຄວາມຈິງໃຈ ແລະ ນ້ຳໃຈຄວາມຮັບຜິດຊອບ, ພ້ອມທັງຕ້ອງໃຫ້ຄຳໝັ້ນສັນຍາຢ່າງແຮງ, ໜູນຊ່ວຍຢ່າງຮອບດ້ານໃຫ້ແກ່ການພັດທະນາທົ່ວໂລກໃຫ້ຫຼາຍກວ່າອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ