ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕັດສິນໃຈກໍ່ສ້າງ 5 ກິດຈະກຳຄົມມະນາຄົມຈຸດສຸມໃຫ້ສຳເລັດຖືກຕາມແຜນການທີ່ໄດ້ວາງອອກ

(VOVWORLD) -5 ໂຄງການທີ່ໄດ້ພິຈາລະນາໃນຄັ້ງນີ້ລ້ວນແຕ່ແມ່ນເສັ້ນທາງຄົມມະນາຄົມສຳຄັນ, ແມ່ນເສັ້ນທາງຄົມມະນາຄົມເຊື່ອມຕໍ່ບັນດາສູນເສດຖະກິດໃຫຍ່, ເສັ້ນທາງຄົມມະນາຄົມສຳຄັນຂອງບັນດາເຂດ, ແຂວງ, ນະຄອນ…
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຕັດສິນໃຈກໍ່ສ້າງ 5 ກິດຈະກຳຄົມມະນາຄົມຈຸດສຸມໃຫ້ສຳເລັດຖືກຕາມແຜນການທີ່ໄດ້ວາງອອກ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມທາງໄກຄະນະປະຈຳການລັດຖະບານ ກັບບັນດາທ້ອງຖິ່ນ, ຮັບຟັງບົດລາຍງານຄົ້ນຄວ້າຄວາມສາມາດເປັນໄປໄດ້ສຳລັບ 5 ໂຄງການຄົມມະນາຄົມຈຸດສຸມລວມມີ: ເສັ້ນທາງອ້ອມເລກ 4 ເຂດນະຄອນຫຼວງ ຮ່າໂນ້ຍ; ເຂັ້ນທາງອ້ອມເລກ 3 ນະຄອນ ໂຮ່ຈີມິນ; ເສັ້ນທາງຄວາມໄວສູງ ເຈົາດົກ - ເກີນເທີ - ຊອກຈັງ; ເສັ້ນທາງຄວາມໄວສູງ ແຄງຮ່ວາ - ບວນມາທວດ; ເສັ້ນທາງຄວາມໄວສູງ ບຽນຮວ່າ - ຫວູງເຕົ່າ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 01 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຢືນຢັນວ່າ, ການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດຂອງ ຫວຽດນາມ, ໃນນັ້ນມີພື້ນຖານໂຄງລ່າງຄົມມະນາຄົມ. 5 ໂຄງການທີ່ໄດ້ພິຈາລະນາໃນຄັ້ງນີ້ລ້ວນແຕ່ແມ່ນເສັ້ນທາງຄົມມະນາຄົມສຳຄັນ, ແມ່ນເສັ້ນທາງຄົມມະນາຄົມເຊື່ອມຕໍ່ບັນດາສູນເສດຖະກິດໃຫຍ່, ເສັ້ນທາງຄົມມະນາຄົມສຳຄັນຂອງບັນດາເຂດ, ແຂວງ, ນະຄອນ… ສະນັ້ນ, ຕ້ອງກໍ່ສ້າງບັນດາໂຄງການໃຫ້ສຳເລັດຖືກຕາມແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ