ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບລັດຖະມົນຕີຜູ້ທີ 2 ດ້ານການເງິນ ແລະ ເສດຖະກິດ ບຣຸໄນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ເພື່ອໜູນຊ່ວຍການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບລັດຖະມົນຕີຜູ້ທີ 2 ດ້ານການເງິນ ແລະ ເສດຖະກິດ ບຣຸໄນ - ảnh 1ທີ່ການຕ້ອນຮັບ
(ພາບ: VGP)

       ຕອນບ່າຍວັນທີ 11 ກຸມພາ, ຢູ່ນະຄອນຫຼວງ Bandar Seri Begawan ປະເທດ ບຣຸໄນ Darussalam, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ຕ້ອນຮັບທ່ານລັດຖະມົນຕີຫ້ອງວ່າການນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີຜູ້ທີ 2 ກ່ຽວກັບການເງິນ ແລະ ເສດຖະກິດ ບຣຸໄນ  Amin Liew Abdullah.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ເພື່ອໜູນຊ່ວຍການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ; ຊຸກຍູ້ການຮ່ວມມືໃນຂົງເຂດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ກະສິກຳ, ລ້ຽງປູກສິນໃນນ້ຳ, ນ້ຳມັນອາຍແກັດ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດໃໝ່.

        ສ່ວນທ່ານລັດຖະມົນຕີ Amin Liew Abdullah, ໃຫ້ຮູ້ວ່າ ຈະມານະພະຍາຍາມປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ປະເທດທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້, ໃນນັ້ນມີເລື່ອງສ້າງເງື່ອນໄຂສະດວກໃຫ້ບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ 2 ປະເທດເພີ່ມທະວີການພົວພັນ, ຊຸກຍູ້ການຮ່ວມມືເສດຖະກິດ, ການລົງທຶນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ເຈົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບບັນດາວິສາຫະກິດພະລັງງານ ແລະ ນຳມັນອາຍແກັດຂອງ ບຣຸໄນ.

ຕອບກັບ

ຂ່າວ/ບົດ​ອື່ນ