ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ  - ảnh 1ການພົບປະລະຫວ່າງການນຳ ຫວຽດນາມ - ລັດເຊຍ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 21 – 23 ພຶດສະພາ, ຕອນບ່າຍວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ.

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຢືດໝັ້ນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຍາມໃດ ຫວຽດນາມ ກໍ່ເຄົາລົບການສະໜັບສະໜູນ ແລະ ໜູນຊ່ວຍທີ່ລ້ຳຄ່າເຊິ່ງປະຊາຊົນ ລັດເຊຍ ສະຫງວນໃຫ້ ຫວຽດນາມ ໃນເມື່ອກ່ອນ, ກໍຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ, ປາດຖະໜາຢາກພ້ອມກັບຝ່າຍ ລັດເຊຍ ຮັກສາ, ພັດທະນາສາຍພົວພັນນີ້ໃຫ້ດີກວ່າເກົ່າ.

        ສ່ວນທ່ານປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງສະຫະພັນ ລັດເຊຍ Dmitry Medvedev ເນັ້ນໜັກວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ລັດເຊຍ ຢູ່ພາກພື້ນ ອາຊີ - ປາຊີຟິກ, ພິເສດແມ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ທ່ານຢືນຢັນວ່າ ລັດເຊຍ ປາດຖະໜາຢາກພ້ອມກັບ ຫວຽດນາມ ພັດທະນາການພົວພັນຮ່ວມມື 2 ຝ່າຍເຊິ່ງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການໃຫ້ຫຼາຍກວ່າເກົ່າ, ແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດ ແລະ ຄວາມຮຽກຮ້ອງພັດທະນາຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ