ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາຢາກບັນດານັກລົງທຶນ ຍີ່ປຸ່ນ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາຢາກໃຫ້ບັນດານັກລົງທຶນ ຍີ່ປຸ່ນ ຈະຍູ້ແຮງການລົງທຶນເຂົ້າ ຫວຽດນາມ; ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ຍົກສູງມູນຄ່າລະບົບຜະລິດຕະພັນກະເສດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາຢາກບັນດານັກລົງທຶນ ຍີ່ປຸ່ນ ຍູ້ແຮງການລົງທຶນເຂົ້າ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກຂອງຄະນະ
(ພາບ: VGP)

ຕອນບ່າຍວັນທີ 05 ພຶດສະພາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ບັນດາສະມາຊິກຂອງຄະນະການນຳສະຫະພັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ປາດຖະໜາຢາກໃຫ້ບັນດານັກລົງທຶນ ຍີ່ປຸ່ນ ຈະຍູ້ແຮງການລົງທຶນເຂົ້າ ຫວຽດນາມ; ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ຍົກສູງມູນຄ່າລະບົບຜະລິດຕະພັນກະເສດ ຜ່ານການລົງທຶນ ແລະ ຖ່າຍທອດເຕັກໂນໂລຊີ; ຊຸກຍູ້ການນຳເຂົ້າບັນດາຜະລິດຕະພັນກະເສດຂອງ ຫວຽດນາມ; ຊຸກຍູ້ໃຫ້ລັດຖະບານ ຍີ່ປຸ່ນ ປະກາດກອງທຶນໜູນຊ່ວຍການທ່ອງທ່ຽວ, ການຮ່ຳຮຽນທີ່ສະຫງວນໃຫ້ນັກສຶກສາ ຫວຽດນາມ ໂດຍໄວ.

2 ຝ່າຍໄດ້ເຫັນດີເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ລະຫວ່າງ 2 ປະເທດຢ່າງຮອບດ້ານ, ໂດຍສະເພາະແມ່ນການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ສະມາຊິກລັດຖະສະພາ ແລະ ປະຊາຊົນ 2 ປະເທດ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດ.

ແລະກໍ່ໃນວັນທີ 05 ພຶດສະພາ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ສ.ອິນໂດເນເຊຍ, ປະທານກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42. ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 09 –11 ພຶດສະພາ, ຢູ່Labuan Bajo, ປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ