ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍຄົນພິການ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ພົບປະກັບທ່ານນາງ Samantha Power, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID)
(ພາບ: TTXVN)

ວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບທ່ານນາງ Samantha Power, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສຸມໃສ່ແກ້ໄຂທາດພິດສີສົ້ນ/ດີໂອຊິນ, ໜູນຊ່ວຍຄົນພິການ; ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ວັດທະນະທຳ, ພິເສດແມ່ນເຂດຫ່າງໄກຊອກຫຼີກ…

ສ່ວນທ່ານນາງ Samantha Power ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ USAID ໄດ້ວາງຈຸດສຸມໜູນຊ່ວຍ ຫວຽດນາມ ລ້າງພິດດີໂອຊິນ ແລະ ການມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມ, ປົກປັກຮັກສາສິ່ງແວດລ້ອມທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນດ້ານພະລັງງານ.

ກໍ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ແລະ ສະມາຊິກຄະນະຜູ້ແທນຂັ້ນສູງໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 2 ສະບັບລະຫວ່າງ USAID ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ