ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ Boeing ມີນະໂຍບາຍໃຫ້ບຸລິມະສິດສຳລັບຕະຫຼາດ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ Boeing ມີຍຸດທະສາດຮ່ວມມື, ລົງທຶນຢ່າງຍາວນານ ແລະ ມີນະໂຍບາຍໃຫ້ບຸລິມະສິດສຳລັບຕະຫຼາດ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ Boeing ມີນະໂຍບາຍໃຫ້ບຸລິມະສິດສຳລັບຕະຫຼາດ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຕ້ອນຮັບທ່ານ Brendan Nelson, ຮອງປະທານຂັ້ນສູງກຸ່ມບໍລິສັດ Boeing
(ພາບ: TTXVN)

       ຕອນບ່າຍວັນທີ 12 ພຶດສະພາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທີ່ການຕ້ອນຮັບທ່ານ Brendan Nelson, ຮອງປະທານຂັ້ນສູງກຸ່ມບໍລິສັດ Boeing, ທັງເປັນປະທານ Boeing ທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ Boeing ມີຍຸດທະສາດຮ່ວມມື, ລົງທຶນຢ່າງຍາວນານ ແລະ ມີນະໂຍບາຍໃຫ້ບຸລິມະສິດສຳລັບຕະຫຼາດ ຫວຽດນາມ.

        ໂດຍຢ້ຳຄືນການເຮັດວຽກກັບການນຳກຸ່ມບໍລິສັດ Boeing ເມື່ອເດືອນ ພຶດສະພາ 2022 ຢູ່ ວໍຊິງຕັນ ດີຊີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຕີລາຄາສູງເລື່ອງ Boeing ມີແຜນການຮ່ວມມືຍາວນານກັບ ຫວຽດນາມ ແລະ ເປີດຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ Boeing ມີນະໂຍບາຍໃຫ້ບຸລິມະສິດສຳລັບຕະຫຼາດ ຫວຽດນາມ; ສືບຕໍ່ໜູນຊ່ວຍບັນດາບໍລິສັດການບິນຂອງ ຫວຽດນາມ ໃນການສ້າງແຜນການພັດທະນາຖັນແຖວເຮືອບິນໄລຍະກາງ ແລະ ໄລຍະຍາວ.

        ສ່ວນທ່ານ Brendan Nelson, ຖືວ່າ, ຫວຽດນາມ ມີທີ່ຕັ້ງສຳຄັນສຳລັບຍຸດທະສາດດຳເນີນທຸລະກິດຂອງ Boeing. ໃນໄລຍະຈະມາເຖິງ, Boeing ຈະສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ, ປະກອບສ່ວນຊຸກຍູ້ການຮ່ວມມື ຫວຽດນາມ - ອາເມລິກາ ໃນຂົງເຂດເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ