ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຫວຽດນາມ ຈະສືບຕໍ່ຮັບປະກັນຜົນປະໂຫຍດຂອງຊາດຢ່າງສູງສຸດ

(VOVWORLD) -ຕອນເຊົ້າວັນທີ 01 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານພິທີທາງໄກສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ຫວຽດນາມ ຢູ່ສຳນັກງານຫ້ອງວ່າການລັດຖະບານ ແລະ ມີບົດກ່າວປາໄສສຳຄັນຢູ່ທີ່ນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຫວຽດນາມ ຈະສືບຕໍ່ຮັບປະກັນຜົນປະໂຫຍດຂອງຊາດຢ່າງສູງສຸດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
(ພາບ: TTXVN)

ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ໃນຕະຫຼອດໄລຍະ 76 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ຕໍ່ສູ້ເພື່ອປົກປັກຮັກສາພື້ນຖານເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ສິດຕັດສິນດ້ວຍຕົນເອງຂອງຊາດ ແລະ ສິດເສລີ, ຄວາມຜາສຸກຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ ແລະ ພວມຮ່ວມແຮງຮ່ວມໃຈ ມານະພະຍາຍາມປະຕິບັດ 2 ໜ້າທີ່ຈຸດສຸມແມ່ນ ການປ້ອງກັນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ການຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນຊີວິດສັງຄົມ, ຄວາມປອດໄພໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູມິດຫວຽດນາມ ໄດ້ວາງອອກເປົ້າໝາຍສູ້ຊົນໃຫ້ແກ່ແຕ່ລະໄລຍະນັບແຕ່ນີ້ຮອດປີ 2025, 2030 ແລະ ໂດຍສະເພາະແມ່ນຮອດປີ 2045 ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງຕາມການກຳນົດທິດສັງຄົມນິຍົມ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວວ່າ:

        “ຄວາມມີສະຖຽນລະພາບ ແລະ ການພັດທະນາຂອງຫວຽດນາມ ຍາມໃດກໍ່ຕິດພັນກັບສະພາບແວດລ້ອມແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ. ລັດຖະບານຫວຽດນາມ ຍາມໃດກໍ່ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດຫຼາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ຮອບດ້ານ, ມີປະສິດທິຜົນ; ເປັນເພື່ອນມິດທີ່ດີ, ແມ່ນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຫວຽດນາມ ປາດຖະໜາຢາກຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາຄວາມໝັ້ນຄົງທີ່ແບບເກົ່າ ແລະ ຄວາມໝັ້ນຄົງແບບໃໝ່; ຊຸກຍູ້ການຫັນເປັນໂລກາພິວັດ, ເຊື່ອມໂຍງເຂົ້າກັບສາກົນ, ເພື່ອໂລກຂຽວ, ສະອາດ, ພັດທະນາແບບຍືນຍົງ, ກວມລວມ ແລະ ມີມະນຸດສະທຳກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ