ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ອາຊຽນ ພ້ອມແລ້ວທີ່ຈະ” ເປັນກາງໄກເກ່ຍມີຄວາມໄວເນື້ອເຊື່ອໃຈ” ຂອງບັນດາຄູ່ຮ່ວມມື EAS

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກເລື່ອງໃຫ້ບຸລິມະສິດຊຸກຍູ້ການຟື້ນຟູເສດຖະກິດ, ໂດຍອີງໃສ່ການພັດທະນາແບບຍືນຍົງ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ອາຊຽນ ພ້ອມແລ້ວທີ່ຈະ” ເປັນກາງໄກເກ່ຍມີຄວາມໄວເນື້ອເຊື່ອໃຈ” ຂອງບັນດາຄູ່ຮ່ວມມື EAS - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ (EAS) ຄັ້ງທີ 17
(ພາບ: VGP)

ຕອນເຊົ້າວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ (EAS) ຄັ້ງທີ 17 ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືເຈລະຈາ: EAS ລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ, ລັດເຊຍ, ອາເມລິກາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກເລື່ອງໃຫ້ບຸລິມະສິດຊຸກຍູ້ການຟື້ນຟູເສດຖະກິດ, ໂດຍອີງໃສ່ການພັດທະນາແບບຍືນຍົງ, ການແລກປ່ຽນການຄ້າຢ່າງປອດໂປ່ງ ແລະ ຮັບປະກັນບັນດາລະບົບສະໜອງໃຫ້ລຸລ່ວງ. ອາຊຽນ ປາດຖະໜາວ່າ ບັນດາຄູ່ຮ່ວມມື EAS ໜູນຊ່ວຍການຊຸກຍູ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາເສດຖະກິດໝູນວຽນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ…

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

ຕອບກັບ

ຂ່າວ/ບົດ​ອື່ນ