ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ນະຄອນໂຮ່ຈີມິນ ແລະ ບາງແຂວງ, ນະຄອນທາງພາກໃຕ້ຫວຽດນາມ

(VOVWORLD) -ຫ້ອງວ່າການລັດຖະບານຫາກໍ່ສົ່ງເອກະສາງທາງການໃນວັນທີ 15 ກໍລະກົດ ເຊິ່ງໄດ້ຊີ້ແຈ້ງວ່າ: ຈົ່ງສ້າງທຸກເງື່ອນໄຂສະດວກໃນການຮັບຜູ້ອອກແຮງງານ, ປະຊາຊົນຈາກນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ ກັບເມືອທ້ອງຖິ່ນ ແລະ ຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໜູນຊ່ວຍຢ່າງສຸດຂີດໃຫ້ແກ່ນະຄອນໂຮ່ຈີມິນ ແລະ ບາງແຂວງ, ນະຄອນທາງພາກໃຕ້ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມໂຮງໝໍຫຼາຍຂະແໜງເມືອນ ເຕີນຈູ ເມື່ອວັນທີ 10 ກໍລະກົດ
(ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຫາກໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈົ່ງຜັນຂະຫຍາຍບາງມາດຕະການຮີບດ່ວນເພື່ອໜູນຊ່ວຍນະຄອນ ໂຮ່ຈີມິນ  ແລະ ບາງແຂວງ, ນະຄອນທາງພາກໃຕ້ຫວຽດນາມ ຢ່າງທັນການ ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

        ຫ້ອງວ່າການລັດຖະບານຫາກໍ່ສົ່ງເອກະສາງທາງການໃນວັນທີ 15 ກໍລະກົດ ເຊິ່ງໄດ້ຊີ້ແຈ້ງວ່າ: ຈົ່ງສ້າງທຸກເງື່ອນໄຂສະດວກໃນການຮັບຜູ້ອອກແຮງງານ, ປະຊາຊົນຈາກນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້ ກັບເມືອທ້ອງຖິ່ນ ແລະ ຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ; ຮັບປະກັນແຫຼ່ງສະໜອງສິນຄ້າ, ເຄື່ອງໃຊ້ທີ່ຈຳເປັນເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ຮັບປະກັນບັນດາການເຄື່ອນໄຫວຄົມມະນາຄົມຂົນສົ່ງລະຫວ່າງບັນດາທ້ອງຖິ່ນ ແລະ ນະຄອນ ສຳລັບບັນດາສິນຄ້າທີ່ຮັບໃຊ້ໃຫ້ແກ່ການເຄື່ອນໄຫວເສດຖະກິດ, ສັງຄົມ; ພ້ອມກັນນັ້ນ, ກໍ່ຮັບປະກັນການຄວບຄຸ້ມໂລກລະບາດຕາມຂໍ້ກຳນົດ.

        ກວດກາຄືນ, ຈັດແບ່ງຢ່າງທັນການ, ໃຫ້ບຸລິມະສິດແຫຼ່ງວັກຊິນແກ່ນະຄອນ ແລະ ບາງແຂວງ, ນະຄອນທາງພາກໃຕ້ ເພື່ອປະຕິບັດຍຸດທະສາດສັກວັກຊິນ ໂດຍມີວິທະຍາສາດ, ເໝາະສົມ, ປອດໄພ, ມີປະສິດທິຜົນ ແລະ ທັນການໃຫ້ແກ່ບັນດາເປົ້າໝາຍຕາມຂໍ້ກຳນົດໃຫ້ເປັນຢ່າງດີ.

        ໃນເຫດການທີ່ກ່ຽວຂ້ອງ, ກະຊວງສາທາລະນະສຸກຫວຽດນາມ ໄດ້ມີຂໍ້ຕົກລົງເຊັນອະນຸມັດໂດຍມີເງື່ອນໄຂໃຫ້ຕາມຄວາມຕ້ອງການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ສຳລັບວັກຊິນກັນໂຄວິດ-19 Janssen ໂດຍບໍລິສັດ Johnson& Johnson (ຫວຽດນາມ) ຈຳກັດ ສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ