ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສ ຫວຽດນາມ - ໂຮນລັງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມືຕ່າງປະເທດ, ໃນນັ້ນມີວິສາຫະກິດ, ຄູ່ຮ່ວມມື ໂຮນລັງ, ໜູນຊ່ວຍ ຫວຽດນາມ ກ່ຽວກັບແຫຼ່ງທຶນໃຫ້ແກ່ການລົງທຶນພັດທະນາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສ ຫວຽດນາມ - ໂຮນລັງ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ)

        ຕອນບ່າຍວັນທີ 12 ທັນວາ, ຢູ່ ລາໄຮ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ - ໂຮນລັງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາວິສາຫະກິດ, ຄູ່ຮ່ວມມືຕ່າງປະເທດ, ໃນນັ້ນມີວິສາຫະກິດ, ຄູ່ຮ່ວມມື ໂຮນລັງ, ໜູນຊ່ວຍ ຫວຽດນາມ ກ່ຽວກັບແຫຼ່ງທຶນໃຫ້ແກ່ການລົງທຶນພັດທະນາ; ໜູນຊ່ວຍ ຫວຽດນາມ ຖ່າຍຖອດເຕັກໂນໂລຊີທັນສະໄໝ; ບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ; ສ້າງລະບອບລະບຽບການໃຫ້ສົມບູນແບບ ສອດຄ່ອງກັບເງື່ອນໄຂຂອງ ຫວຽດນາມ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

        “ຂ້າພະເຈົ້າປາດຖະໜາວ່າ, ບັນດານັກລົງທຶນ ໂຮນລັງ ຈະມີຄວາມເຂົ້າໃຈແຜນນະໂຍບາຍຂອງພັກ, ລັດ, ລັດຖະບານ ຫວຽດນາມ, ຈາກນັ້ນກໍ່ຖອດຖອນບົດຮຽນຈາກບັນດາໂຄງການທີ່ໄດ້ຜັນຂະຫຍາຍແລ້ວ, ດັດປັບບັນຫາທີ່ຈຳເປັນ. ລັດຖະບານ ຫວຽດນາມ ພ້ອມແລ້ວຈະແບ່ງປັນກັບພວກເພື່ອນໃນເວລາປະສົບກັບຄວາມຫຍຸ້ງຍາກ, ພ້ອມກັນແກ້ໄຂຂໍ້ຕິດຄັດ, ສ້າງຄວາມສະດວກທີ່ສຸດກ່ຽວກັບລະບຽບການບໍລິຫານ, ສະພາບແວດລ້ອມແຫ່ງການລົງທຶນ…”

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານຫຼາຍສະບັບຂອງບັນດາວິສາຫະກິດ, ຄູ່ຮ່ວມມື ຫວຽດນາມ ແລະ ໂຮນລັງ.

        ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການເຮັດວຽກກັບສະຫະສະມາຄົມວິສາຫະກິດ ໂຮນລັງ ຢູ່ ຫວຽດນາມ (DBAV) ແລະ ຫ້ອງການການຄ້າ ໂຮນລັງ - ຫວຽດນາມ (NVCC), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຍາມໃດກໍ່ຈະສ້າງເງື່ອນໄຂສະດວກ, ຕັ້ງໜ້າໜູນຊ່ວຍເພື່ອໃຫ້ບັນດາວິສາຫະກິດ ໂຮນລັງ ລົງທຶນດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບບາງກຸ່ມບໍລິສັດໃຫຍ່ຂອງ ໂຮນລັງ, ໃນນັ້ນມີຫຼາຍກຸ່ມບໍລິສັດພວມລົງທຶນຢູ່ ຫວຽດນາມ, ຄື: ກຸ່ມບໍລິສັດ Harvest Waste, ກຸ່ມບໍລິສັດ De Heus ແລະ ກຸ່ມບໍລິສັດ Climate Fund Manager.

ບັນດາເອກະສານທີ່ໄດ້ລົງນາມທີ່ເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ ລວມມີ:

-     ຂໍ້ຕົກລົງຮ່ວມມືກ່ຽວກັບການພົວພັນຮ່ວມມື ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງກຸ່ມບໍລິສັດ ຮຸ່ງເຍີນ ແລະ ກຸ່ມບໍລິສັດ ລາຊະວົງ De Heus.

-     ຂໍ້ຕົກລົງຮ່ວມມືກ່ຽວກັບການບຳລຸງສ້າງ, ຄົ້ນຄວ້າວິທະຍາສາດ ແລະ ຖ່າຍຖອດເຕັກໂນໂລຊີລະຫວ່າງສະຖາບັນກະສິກຳ ຫວຽດນາມ ແລະ ສະມາຄົມຮ່ວມມືດຳເນີນທຸລະກິດກະສິກຳ ໂຮນລັງ - ຫວຽດນາມ ໄລຍະ 2022 2027.

-     ບົດບັນທຶກຊ່ວຍຈຳລະຫວ່າງສະຖາບັນກະສິກຳ ຫວຽດນາມ ແລະ ມະຫາວິທະຍາໄລ Wageningen, ລາຊະອານາຈັກ ໂຮນລັງ.

-     ບົດບັນທຶກຊ່ວຍຈຳລະຫວ່າງສະຖາບັນກະສິກຳ ຫວຽດນາມ ແລະ ກຸ່ມບໍລິສັດການສຶກສາ Lentiz.

ຕອບກັບ

ຂ່າວ/ບົດ​ອື່ນ