ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ “ອະນາຄົດຂອງອາຊີ”

(VOVWORLD) -ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເຂົ້າຮ່ວມກອງປະຊຸມ “ອະນາຄົດຂອງອາຊີ” ແມ່ນສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ກ່ຽວກັບບັນດາບັນຫາໃຫຍ່ຂອງອາຊີ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມ “ອະນາຄົດຂອງອາຊີ” - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: VGP)

ວັນທີ 20 ພຶດສະພາ, ກອງປະຊຸມສາກົນຄັ້ງທີ 26 ກ່ຽວກັບ “ອະນາຄົດຂອງອາຊີ” (FOA 2021) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ໂຕກຽວ, ປະເທດຍີ່ປຸ່ນ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບການອອນລາຍ ພາຍຫຼັງຖືກຕັດຕອນເປັນເວລາ 1 ປີຍ້ອນໂລກລະບາດໂຄວິດ-19.

ດ້ວຍຫົວຂໍ້ “ສ້າງສັງກາດພາຍຫຼັງໂລກລະບາດໂຄວິດ-19 ເປັນຮູບປະທຳ: ບົດບາດຂອງອາຊີ ໃນວິວັດການຟື້ນຟູທົ່ວໂລກ”, FOA 2021 ໂດຍມີການເຂົ້າຮ່ວມຂອງການນຳອາຊີຫຼາຍທ່ານ,  ໃນນັ້ນບັນດາການນຳທີ່ມາຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລວມມີ: ນາຍົກລັດຖະມົນຕີ ຫວຽດນາມ, ນາຍົກລັດຖະມົນຕີ ກຳປູເຈຍ, ປະທານປະເທດ ລາວ, ນາຍົກລັດຖະມົນຕີ ມາເລເຊຍ, ນາຍົກລັດຖະມົນຕີ ໄທ ແລະ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການເງິນ ສິງກະໂປ.

ເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ເຂົ້າຮ່ວມກອງປະຊຸມ “ອະນາຄົດຂອງອາຊີ” ແມ່ນສືບຕໍ່ຢືນຢັນບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ກ່ຽວກັບບັນດາບັນຫາໃຫຍ່ຂອງອາຊີ, ບົດຮຽນ ແລະ ມາດຕະການຮັບມືກັບບັນດາສິ່ງທ້າທາຍລວມຂອງພາກພື້ນ, ມານະພະຍາຍາມຄວບຄຸມໂລກລະບາດ ແລະ ຟື້ນຟູເສດຖະກິດ; ພ້ອມກັນນັ້ນ, ກໍ່ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງກັບຍີ່ປຸ່ນ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນບັນດາຂົງເຂດການເມືອງ, ເສດຖະກິດ, ສິ່ງແວດລ້ອມ; ດຶງດູດຄວາມສົນໃຈຈາກບັນດາວິສາຫະກິດຍີ່ປຸ່ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ