ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2024

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ໃນໄລຍະຜ່ານມາ, ເສດຖະກິດລວມໝູ່, ສະຫະກອນໄດ້ມີການປ່ຽນແປງໃໝ່ເທື່ອລະກ້າວ ຕິດພັນກັບກົນໄກການຕະຫຼາດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2024 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)

        ຕອນເຊົ້າວັນທີ 02 ກຸມພາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2024, ດ້ວຍຫົວຂໍ້ “ສ້າງນະໂຍບາຍໜູນຊ່ວຍຂອງລັດໃຫ້ສົມບູນແບບ ຕາມມະຕິເລກທີ 20 ລົງວັນທີ 16 ມິຖຸນາ 2022- ກຳລັງໜູນຊຸກຍູ້ການພັດທະນາເສດຖະກິດລວມໝູ່, ສະຫະກອນໃນໄລຍະໃໝ່”. ເວທີປາໄສຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ, ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ໃນໄລຍະຜ່ານມາ, ເສດຖະກິດລວມໝູ່, ສະຫະກອນໄດ້ມີການປ່ຽນແປງໃໝ່ເທື່ອລະກ້າວ ຕິດພັນກັບກົນໄກການຕະຫຼາດ, ໃນເບື້ອງຕົ້ນຢືນຢັນໄດ້ວ່າ, ແມ່ນປັດໃຈສຳຄັນເພື່ອປະກອບສ່ວນຮັບປະກັນຊີວິດສັງຄົມ, ສະພາບການເມືອງຢູ່ຂັ້ນຮາກຖານມີສະຖຽນລະພາບ ແລະ ການພັດທະນາເສດຖະກິດຂອງສະມາຊິກ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງສ້າງ, ປະກາດໃຊ້ເອກະສານແນະນຳກົດໝາຍວ່າດ້ວຍສະຫະກອນປີ 2023, ຢ່າງຄົບຊຸດ ແລະ ເປັນເອກະພາບກ່ຽວກັບເວລານຳໃຊ້ກັບກົດໝາຍວ່າດ້ວຍສະຫະກອນ 2023 ໂດຍໄວ; ຕັ້ງໜ້າສ້າງໂຄງການສັງລວມກ່ຽວກັບການພັດທະນາເສດຖະກິດລວມໝູ່ໄລຍະ 2026 – 2030.

ຕອບກັບ

ຂ່າວ/ບົດ​ອື່ນ