ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີມຕົ້ນຢ້ຽມຢາມ ລຸກຊຳບວກ ຢ່າງເປັນທາງການ

(VOVWORLD) -ການຢ້ຽມຢາມດຳເນີນໄປໃນສະພາບທີ່ການພົວພັນລະຫວ່າງ ຫວຽດນາມ ແລະ ລຸກຊຳບວກ ພວມພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນຂົງເຂດການລົງທຶນ ແລະ ພັດທະນາ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເລີມຕົ້ນຢ້ຽມຢາມ ລຸກຊຳບວກ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ)

        ຕອນເຊົ້າວັນທີ 09 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດ Findel, ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ຢ່າງເປັນທາງການ. ໃນລາຍການຢ້ຽມຢາມນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel; ໂອ້ລົມສົນທະນາກັບປະທານສະພາສູງລຸກຊຳບວກ; ໂອ້ລົມສົນທະນາກັບ ພະມະຫາກະສັດ ລຸກຊຳບວກ; ຢ້ຽມຢາມບາງຮາກຖານເສດຖະກິດ ແລະ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ລຸກຊຳບວກ; ພ້ອມທັງພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ລຸກຊຳບວກ.

ຕອນບ່າຍວັນດຽວກັນ, ພິທີຕ້ອງຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມລາຊະອານາຈັກ ລຸກຊຳບວກ ໄດ້ຈັດຂຶ້ນຢ່າງເປັນທາງການ, ໂດຍທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel ເປັນປະທານ.

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ນີ້ແມ່ນການຢ້ຽມຢາມ ລຸກຊຳບວກ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດໃນເວລາ 10 ປີຜ່ານມາ, ໃນສະພາບການທີ່ສອງປະເທດກະກຽມການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນໂອກາດເພື່ອພ້ອມກັນນຳການພົວພັນເຂົ້າສູ່ໄລຍະພັດທະນາໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ