ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ເອົາໃຈໃສ່ວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ເກິນເທີ ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ເປັນເຂດຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້າ, ນ້ຳປະປາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ເອົາໃຈໃສ່ວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່
(ພາບ: VGP)

        ຕອນເຊົ້າວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ເມືອງ ກາຍຣັງ, ນະຄອນ ເກິນເທີ. ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຮັບໃຊ້ການຍົກຍ້າຍປະຊາຊົນ, ບັນດາຄອບຄົວຖືກຜົນສະທ້ອນຍ້ອນການກໍ່ສ້າງເສັ້ນທາງຄວາມໄວສູງ ເກິນເທີ - ກ່າເມົາ, ຂຶ້ນກັບໂຄງການເສັ້ນທາງຄວາມໄວສູງ ເໜືອ - ໃຕ້ ທາງທິດຕາເວັນອອກ, ປະຈຳບັນໄດ້ກໍ່ສ້າງສຳເລັດໂດຍພື້ນການຮັບປະຊາຊົນມາພັກອາໄສ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ເກິນເທີ ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ເປັນເຂດຕົວເມືອງສີຂຽວ, ສະອາດ, ສວຍງາມ, ມີພື້ນຖານໂຄງລ່າງຄົມມະນາຄົມ, ໄຟຟ້າ, ນ້ຳປະປາ, ໂທລະຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ... ຢ່າງຄົບຊຸດ. ພ້ອມທັງ, ເອົາໃຈໃສ່ວຽກງານງານທຳ, ການຫາເງິນລ້ຽງຊີບຂອງປະຊາຊົນ, ຮັບປະກັນການດຳລົງຊີວິດຂອງປະຊາຊົນຢູ່ເຂດໃໝ່ຕ້ອງດີກວ່າ, ຢ່າງໜ້ອຍສຸດກໍ່ທຽບເທົ່າກັບບ່ອນເກົ່າ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ເອົາໃຈໃສ່ວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ: TTXVN)

ຕອນບ່າຍວັນທີ 30 ມັງກອນ, ຢູ່ນະຄອນ ເກິນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຮັດວຽກກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການໃນບໍລິເວນແຂວງ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງຄວາມຕັດສິນໃຈໃຫ້ບຸລິມະສິດສູງສຸດ ແກ່ບັນດາໂຄງການເສັ້ນທາງຄວາມໄວສູງ. ພ້ອມທັງ ເພີ່ມທະວີຖັນແຖວພະນັກງານ, ຍົກສູງກຳລັງຄວາມສາມາດຂອງພະນັກງານ ນຳໃຊ້ວິທະຍາສາດສູງສຸດໃນວິວັດການປະຕິບັດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຜັນຂະຫຍາຍບັນດາໂຄງການຖືກຕ້ອງຕາມການກຳນົດເວລາ, ບັນລຸຄຸນນະພາບ, ປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ