ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ Viettel ສຸມໃສ່ກໍ່ສ້າງກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຊີສູງ, ປະກອບສ່ວນສຳຄັນເຂົ້າໃນການສ້າງພື້ນຖານອຸດສາຫະກຳປ້ອງກັນຊາດທັນສະໄໝ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ - ảnh 1( ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

ຕອນເຊົ້າວັນທີ 16 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel). ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ Viettel ປະຕິບັດວິໄສທັດ “ປະດິດຄິດສ້າງເພື່ອມະນຸດ” ແລະ ພາລະກຳ “ນຳໜ້າກຳລັງຫຼັກແຫຼ່ງສ້າງສັງຄົມດີຈີຕອນ” ໃຫ້ເປັນຢ່າງດີກວ່າເກົ່າ. ຫວຽດນາມ ຕ້ອງກາຍເປັນວິສາຫະກິດຕົວແບບດີເດັ່ນຂອງລັດວິສາຫະກິດເຄື່ອນໄຫວຢ່າງມີປະສິດທິຜົນກວ່າເກົ່າ, ເປັນກຸ່ມບໍລິສັດອຸດສາຫະກຳເຕັກໂນໂລຊີສູງຂອງປະເທດຊາດ, ຂະຫຍັນຂັນເຄື່ອນ, ທັນສະໄໝ, ມີກຳລັງແກ່ງແຍ້ງຢ່າງສູງຢູ່ພາຍໃນ ແລະ ຕ່າງປະເທດ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ Viettel ສຸມໃສ່ກໍ່ສ້າງກຸ່ມອຸດສາຫະກຳປ້ອງກັນຊາດເຕັກໂນໂລຊີສູງ, ປະກອບສ່ວນສຳຄັນເຂົ້າໃນການສ້າງພື້ນຖານອຸດສາຫະກຳປ້ອງກັນຊາດທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ