ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ມີ​ການ​ປະ​ຊຸ​ມ​ກັບ​ແຂວງ ບັກ​ຢາງ ແລະ ບັກ​ນິງ ຜ່ານ​ທາງ​ອອນ​ລາຍ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ປະຊຸມກັບແຂວງ ບັກຢາງ, ບັກນິງ ແລະ ບັນດາກຳລັງປ້ອງກັນ, ສະກັດກັ້ນໂລກລະບາດຢູ່ທ້ອງຖິ່ນນີ້ ຜ່ານທາງອອນລາຍ, ໃນຂະນະທີ່ສະພາບການໂລກລະບາດກຳລັງ ແລະ ມີຄວາມສ່ຽງແຜ່ລະບາດຢ່າງຮ້າຍແຮງຢູ່ບັນດາເຂດອຸດສາຫະກຳ ຂອງສອງທ້ອງຖິ່ນດັ່ງກ່າວ. ຕາມບົດລາຍງານແລ້ວ, ໃນການແຜ່ລະບາດຮອບທີ 4 ນີ້, ບັກຢາງ ແລະ ບັກນິງ ແມ່ນສອງແຂວງຈຸດສຸມຂອງໂລກລະບາດ ດ້ວຍຈຳນວນຜູ້ຕິດເຊື້ອທັງໝົດ ປະມານ 2.000 ກໍລະນີ.
ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ມີ​ການ​ປະ​ຊຸ​ມ​ກັບ​ແຂວງ ບັກ​ຢາງ ແລະ ບັກ​ນິງ ຜ່ານ​ທາງ​ອອນ​ລາຍ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ກອງປະຊຸມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕີລາຄາວ່າ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ສອງທ້ອງຖິ່ນດັ່ງກ່າວ ແຕ່ສະພາບການພວມໄດ້ຮັບການຄວບຄຸມໂດຍພື້ນຖານເທື່ອລະກ້າວ, ບັນດາກໍລະນີຕິດເຊື້ອໃໝ່ລ້ວນແຕ່ຢູ່ໃນເຂດແຍກຕົວ ຫຼືເຂດຈຳກັດບໍລິເວນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍບຸລິມະສິດໃນປັດຈຸບັນ ແມ່ນສຸມໃສ່ຍູ້ໂລກລະບາດຢູ່ສອງແຂວງ ບັກຢາງ ແລະ ບັກນິງ ໃຫ້ຖອຍໄປ. ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ສອງແຂວງດັ່ງກ່າວ ຕ້ອງຕັ້ງໜ້າ, ເປັນເຈົ້າການ, ເດັດດ່ຽວສະກັດກັ້ນ ແລະ ຍູ້ໂລກລະບາດໃຫ້ຖອຍໄປໃນເວລາໄວທີ່ສຸດ, ອາດຈະໃນຊຸມວັນຈະມາເຖິງ. ໃນນັ້ນ, ຖືສຸຂະພາບຂອງປະຊາຊົນເໜືອກວ່າສິ່ງໃດໝົດ; ພ້ອມກັນນັ້ນ, ຮັບປະກັນການຜະລິດດຳເນີນທຸລະກິດ, ບໍ່ປະໃຫ້ລະບົບສະໜອງຖືກຕັດຕອນ, ໂດຍສະເພາະແມ່ນໃນບັນດາເຂດອຸດສາຫະກຳ.

ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ມີ​ການ​ປະ​ຊຸ​ມ​ກັບ​ແຂວງ ບັກ​ຢາງ ແລະ ບັກ​ນິງ ຜ່ານ​ທາງ​ອອນ​ລາຍ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ທ່ານນາຍົກລັດຖະມົນຕີ ມີການປະຊຸມກັບແຂວງ ບັກຢາງ ແລະ ບັກນິງ ຜ່ານທາງອອນລາຍ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: VGP)
ກ່ຽວກັບມາດຕະການຕ້ານໂລກລະບາດ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ຍູ້ໄວຄວາມເປັນເຈົ້າການໃນການກວດຫາເຊື້ອໄວຣັດ ໂດຍດ່ວນ, ເປັນຕົ້ນແມ່ນບັນດາເຂດຈຳກັດບໍລິເວນ, ນຳໃຊ້ເຕັກໂນໂລຢີຖືກຕ້ອງຕາມຂໍ້ກຳນົດ ແລະ ຄຳແນະນຳຂອງກະຊວງຖະແຫຼງຂ່າວ ແລະ ການສື່ສານ; ສືບຕໍ່ປະຕິບັດມາດຕະການປ້ອງກັນສະກັດກັ້ນໂລກລະບາດຂອງກະຊວງສາທາລະນະສຸກ ບວກກັບການສັກວັກຊິນ. ພ້ອມກັນນັ້ນ, ເພີ່ມທະວີຈຳນວນໂຮງໝໍກາງສະໜາມຢູ່ສອງທ້ອງຖິ່ນດັ່ງກ່າວ; ຈັດແບ່ງງົບປະມານ, ເພີ່ມທະວີແຫຼ່ງຊັບພະຍາກອນມະນຸດ, ປະກອບອຸປະກອນການແພດ, ພື້ນຖານທາງດ້ານວັດຖຸ, ຮັບປະກັນການປ້ອງກັນຕ້ານ, ກວດພົບໂດຍໄວ, ແຍກຕົວໄວ, ປິ່ນປົວຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ກັບຄືນສູ່ສະພາບການເປັນປົກກະຕິໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ