ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Myhyiddin Yassin ລາ​ອອກ​ຈາ​ກ​ຕຳ​ແໜ່ງ

(VOVWORLD) -ທ່ານນາຍົກລັດຖະມົນຕີ  Myhyiddin Yassin ກຳລັງກະກຽມລາອອກຈາກຕຳແໜ່ງ ພາຍຫຼັງທີ່ບໍ່ໄດ້ຮັບການສະໜັບສະໜູນຢູ່ສະພາຕ່ຳ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Myhyiddin Yassin ລາ​ອອກ​ຈາ​ກ​ຕຳ​ແໜ່ງ - ảnh 1ທ່ານນາຍົກລັດຖະມົນຕີ  Myhyiddin Yassin (ພາບ: ສຳນັກຂ່າວສານ ມາເລເຊຍ Bernama)

ວັນທີ 15 ສິງຫາ, ວົງການເຈົ້າໜ້າທີ່ ມາເລເຊຍ ໄດ້ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ  Myhyiddin Yassin ກຳລັງກະກຽມລາອອກຈາກຕຳແໜ່ງ ພາຍຫຼັງທີ່ບໍ່ໄດ້ຮັບການສະໜັບສະໜູນຢູ່ສະພາຕ່ຳ. ທ່ານ Mohamad Redzuan Yusof ລັດຖະມົນຕີຮັບຜິດຊອບກ່ຽວກັບບັນຫາພິເສດ ໄດ້ຢັ້ງຢືນວ່າ ທ່ານນາຍົກລັດຖະມົນຕີ Myhyiddin Yassin ໄດ້ຍື່ນສະເໜີໃບລາອອກຕໍ່ພະເຈົ້າມະຫາຊີວິດໃນວັນທີ 16 ສິງຫາ.

ມີຫຼາຍການຄາດຄະເນວ່າ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Myhyiddin Yassin ລາອອກຈາກຕຳແໜ່ງ, ອຳນາດການປົກຄອງໃໝ່ຈະໄດ້ຮັບການສ້າງຕັ້ງຂຶ້ນ ໂດຍບໍ່ຕ້ອງຜ່ານການເລືອກຕັ້ງ, ຍ້ອນມີຄວາມວິຕົກກັງວົນວ່າ ການປ່ອນບັດຕ່າງໆ ຈະເຮັດໃຫ້ສະພາບການໂລກລະບາດໂຄວິດ - 19 ຮ້າຍແຮງຂຶ້ນຕື່ມ. ປັດຈຸບັນ, ຍັງບໍ່ທັນຮູ້ວ່າ ຜູ້ໃດຈະມາສືບທອດຕຳແໜ່ງຂອງທ່ານ Myhyiddin Yassin ເທືຶຶ່ອ.


ຕອບກັບ

ຂ່າວ/ບົດ​ອື່ນ