ທ່ານນາຍົກລັດຖະມົນຕີ ມາເລເຊຍ ຢັ້ງຢືນຄໍາໝັ້ນສັນຍາສໍາລັບ CPTPP

(VOVWORLD) -ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ຢັ້ງຢືນຄໍາໝັ້ນສັນຍາວ່າ ຈະເດີນຕາມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). 

ເມື່ອຕອບສໍາພາດຕໍ່ນັກຂ່າວສະຖານີໂທລະພາບໄທ ໃນອາທິດກ່ອນນີ້ ກ່ຽວກັບທັດສະນະສໍາລັບ ສັນຍາ CPTPP, ທ່ານ Mahathir ຊີ້ແຈ້ງວ່າ ອໍານາດການປົກຄອງສະໄໝກ່ອນຂອງ ມາເລເຊຍ ໄດ້ເຂົ້າຮ່ວມການລົງນາມໃນສັນຍາສະບັບດັ່ງກ່າວ ແລະ ມາເລເຊຍ ຈະປະຕິບັດຕາມສັນຍາສະບັບດັ່ງກ່າວ. ເຈົ້າໜ້າທີ່ທ່ານໜຶ່ງຂອງ ລັດຖະບານ ມາເລເຊຍ ໄດ້ໃຫ້ຮູ້ວ່າ ຄໍາຕອບດັ່ງກ່າວຂອງ    ທ່ານນາຍົກລັດຖະມົນຕີ Mahathir ແມ່ນການຢັ້ງຢຶຶນຄືນໃໝ່ ທີ່ໄດ້ລໍຄອຍມາແຕ່ດົນນານ ກ່ຽວກັບຄໍາໝັ້ນສັນຍາຂອງລັດຖະບານມາເລເຊຍ ສໍາລັບ CPTPP ແລະ ຈະເຮັດແຈ້ງນະໂຍບາຍດ້ານການຄ້າ ຂອງປະເທດນີ້ ພາຍໃຕ້ອາຍຸການລັດຖະບານ ໂດຍ ພັນທະມິດແຫ່ງຄວາມຫວັງ (PH) ນໍາພາ.

        ກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຈະຖອນຕົວອອກຈາກສັນຍາດັ່ງກ່າວ ເມື່ອເດືອນມັງກອນ 2017, ສັນຍາ CPTPP ມີຊື່ວ່າ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP). ເດືອນມີນາ ຜ່ານມາ, ມາເລເຊຍ ພ້ອມກັບ 10 ປະເທດອື່ນໆ, ເຊິ່ງລວມມີ ອົດສະຕາລີ, ບຣູໄນ,  ການາດາ,ຈີເລ, ຍີ່ປຸ່ນ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາ CPTPP. 

ຕອບກັບ

ຂ່າວ/ບົດ​ອື່ນ