ທ່ານນາຍົກລັດຖະມົນຕີ ມາເລເຊຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

(VOVWORLD) -ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານ Dato’ Sri Ismail Sabri bin Yaakob ໃນຖານະເປັນນາຍົກລັດຖະມົນຕີ ມາເລເຊຍ ນັບແຕ່ເມື່ອທ່ານຮັບດຳລົງຕຳແຫນ່ງໃນເດືອນ ສິງຫາ ປີ 2021.

ຕອນບ່າຍວັນທີ 20 ມີນາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ມາເລເຊຍ ໄດ້ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20 -21 ມີນາ ປີ 2022 ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ຂອງທ່ານ Dato’ Sri Ismail Sabri bin Yaakob ໃນຖານະເປັນນາຍົກລັດຖະມົນຕີ ມາເລເຊຍ ນັບແຕ່ເມື່ອທ່ານຮັບດຳລົງຕຳແຫນ່ງໃນເດືອນ ສິງຫາ ປີ 2021.

ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Dato’ Sri Ismail Sabri bin Yaakob ແລະ ຄະນະຜູ້ແທນຂັ້ນສູງ ລັດຖະບານ ມາເລເຊຍ ໄດ້ມີການພົບປະກັບ ວິສາຫະກິດຫວຽດນາມ 3 ແຫ່ງ ຊື່ງແມ່ນບັນດາວິສາຫະກິດໃນຈຳນວນຫລາຍວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວດຳເນີນທຸລະກິດຢູ່ ມາເລເຊຍ ຫລື ມີການພົວພັນຮ່ວມມືກັບຄູ່ຮ່ວມມື ມາເລເຊຍ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ປາດຖະຫນາຢາກວິສາຫະກິດສອງປະເທດ ສືບຕໍ່ຮ່ວມມືໃນຫລາຍຂົງເຂດຍຸດທະສາດຄື: ຄົມມະນາຄົມຂົນສົ່ງ, ການທ່ອງທ່ຽວ, ແຮງງານ..

ການຢ້ຽມຢາມ ເພື່ອແນໃສ່ຈຸດປະສົງເພີ່ມທະວີການພົວພັນສອງຝ່າຍ, ຍົກສູງກຳລັງແຮງສັງລວມຂອງສອງປະເທດໃນການຮ່ວມມື ພາຍຫລັງໂລກລະບາດໂຄວິດ 19 ພ້ອມທັງ ນີ້ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍ ຂຸດຄົ້ນບັນດາແງ່ມູມໃຫມ່ຂອງການຮ່ວມມືສອງຝ່າຍ; ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການເຄື່ອນໄຫວດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ