ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ກວດ​ກາ​ຂັ້ນ​ຕອນການ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ເໜືອ - ໃຕ້ ທາງ​ທິດ​ຕາ​ເວັນ​ອ​ອກ ໄລ​ຍະ 2017 – 2020

(VOVWORLD) -ຕອນເຊົ້າວັນທີ 5 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ສືບຕໍ່ລົງກວດກາຂັ້ນຕອນການດຳເນີນການກໍ່ສ້າງບັນດາໂຄງການຍ່ອຍຂອງໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020 ເປັນຕົ້ນແມ່ນ ຕອນ ຍາຈາງ - ກາມເລິມ - ຫວິງຫາວ - ຟານທຽດ - ເຢົ່າເຢີຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ກວດ​ກາ​ຂັ້ນ​ຕອນການ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ເໜືອ - ໃຕ້ ທາງ​ທິດ​ຕາ​ເວັນ​ອ​ອກ ໄລ​ຍະ 2017 – 2020 - ảnh 1ທ່ານນາຍົກລັດຖະມົນຕີ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ແກ່ຖັນແຖວພະນັກງານ, ກຳມະກອນທີ່ພວມເຮັດວຽກໃນຕະຫຼອດໄລຍະພັກບຸນເຕັດ.

ຢູ່ເຂດກໍ່ສ້າງອຸມົງ ຢົກຊ້ານ ຂຶ້ນກັບຕາແສງ ກາມທິ້ງດົງ, ນະຄອນ ກາມແຣງ, ແຂວງ ແຄ໊ງຮວ່າ, ທ່ານນາຍົກລັດຖະມົນຕີ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ມອບຂອງຂວັນໃຫ້ແກ່ຖັນແຖວພະນັກງານ, ກຳມະກອນທີ່ພວມເຮັດວຽກໃນຕະຫຼອດໄລຍະພັກບຸນເຕັດ.

        ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ໄປກວດກາການກໍ່ສ້າງທາງຕອນ ກາມເລິມ - ຫວິງຫ໋າວ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 30 ກັນຍາ 2021 ແລະ ຄາດວ່າຈະສຳເລັດໃນໄຕມາດທີ 4 ປີ 2024.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ກວດ​ກາ​ຂັ້ນ​ຕອນການ​ກໍ່​ສ້າງ​ບັນ​ດາ​ໂຄງ​ການ​ຂຶ້ນ​ກັບ ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ດ່ວນ ເໜືອ - ໃຕ້ ທາງ​ທິດ​ຕາ​ເວັນ​ອ​ອກ ໄລ​ຍະ 2017 – 2020 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປກວດກາການກໍ່ສ້າງທາງຕອນ ກາມເລິມ - ຫວິງຫ໋າວ 
     ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສຳຫຼວດກວດຄືນຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ, ໄລຍະ 2017 – 2020. ນະທີ່ນີ້, ທ່ານຮຽກຮ້ອງໃຫ້ກະຊວງຄົມມະນາຄົມຂົນສົ່ງ ສືບຕໍ່ຄົ້ນຄວ້າ, ສຸມໃສ່ຊີ້ນຳເພື່ອກະຕຸກຊຸກຍູ້ບັນດາໂຄງການຈຸດສຸມແຫ່ງຊາດໃຫ້ສຳເລັດຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ສືບຕໍ່ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດ, ກົດລະບຽບ, ກົນໄກ, ນະໂຍບາຍຜ່ານການບໍລິຫານຕົວຈິງ. ເຈົ້າຂອງລົງທຶນຕ້ອງມີຜູ້ໃຫ້ຄໍາປຶກສາດ້ວຍຫຼາຍຮູບຫຼາບແບບ, ຮັບປະກັນການແກ້ງແຍ້ງຢ່າງໂປ່ງໃສ, ໃຫ້ຄຳປຶກສາທີ່ດີ ຈຶ່ງບັນລຸໄດ້ໂຄງການທີ່ດີ, ກິດຈະກຳທີ່ດີ. ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ໄປກວດກາສະພາບການກໍ່ສ້າງເສັ້ນທາງດ່ວນຕອນ ມາຍເຊິນ - ເຊື່ອມຕໍ່ກັບທາງຫຼວງເລກທີ 45 ແລະ ເສັ້ນທາງດ່ວນຕອນ ງີເຊີນ - ຢ໊ຽນເຈົາ ຢູ່ແຂວງ ນິງບິ່ງ, ແທັງຮວ໊າ ແລະ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ