ທ່ານນາຍົກລັດຖະມົນຕີ ລັດເຊຍ ຖະແຫລງ ຈະສືບສວນບັນດາການລະເມີດ ໃນການເລືອກຕັ້ງ

ທ່ານນາຍົກລັດຖະມົນຕີ ລັດເຊຍ ຖະແຫລງ ຈະສືບສວນບັນດາການລະເມີດ   ໃນການເລືອກຕັ້ງ - ảnh 1


(vovworld) - ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Vladimia Putin ຜູ້​ຫາ​ກໍ່​ໄດ້​ຮັບການຮັບ​ຮູ້​ວ່າແມ່ນ​ປະທານາທິບໍດີ​ລັດ​ເຊຍ ຕາມ​ໝາກຜົນ​ແຫ່ງການ​ເລືອກ​ຕັ້ງ​ໃນເບື້ອງຕົ້ນທີ່​ປະກາດ​ໃນ​ວັນ​ທີ 6/3 ​ໄດ້​ເວົ້າ​ວ່າ: ຄວນ​ດຳ​ເນີນ​ການ​ສືບສວນ​ບັນດາ​ກໍລະນີ​ລະ​ເມີດ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ລັດ​ເຊຍ​ຜ່ານ​ມາ. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ນາຍົກລັດຖະມົນຕີ Putin ​ຖືກຍົກ​ອອກ​ມາ ​ເມື່ອ​ທ່ານ​ມີ​ການ​ຢ້ຽມຢາມ​ສູນ​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ​ລັດ​ເຊຍ ປີ 2012 ​ແລະ ມີ​ການ​ພົບ​ປະ​ກັບ​ບັນດາ​ນັກ​ສັງ​ເກດ​ການ​ຢູ່​ທີ່​ນີ້. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ແຕ່​ວັນ​ທີ 4/1 ຫາ​ວັນ​ທີ 4/3 ຜ່ານ​ມາ, ​ເຂົາ​ເຈົ້າ​ໄດ້​ຮັບປະມານ 4.500 ​ແຈ້ງການກ່ຽວ​ກັບ​ການລະ​ເມີດ​ໃນ​ການ​ເລືອກ​ຕັ້ງ​ຢູ່​ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ່າວ​ຄາວ​ສ່ວນ​ຫລາຍ​ລ້ວນ​ແຕ່​ບໍ່​ມີ​ພະຍານ​ຫລັກ​ຖານ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ການ​ເລືອກ​ຕັ້ງ​ຢູ່​ລັດ​ເຊຍ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ ​ແລະ ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ສະຫະພັນ​ລັດ​ເຊຍ​ຢ່າງ​ສິ້ນ​ເຊິ​ງ.

ຕອບກັບ

ຂ່າວ/ບົດ​ອື່ນ