ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ ມາ​ຢ້ຽມ​ຢາມ ຫວຽດ​ນາມ, ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 42 ຄະ​ນະ​ກຳ​ມະ​ການ​ ລ​ະ​ຫວ່າງ ລັດ​ຖະ​ບານ ຫວຽດ​ນາມ - ລາວ

(VOVWORLD) - ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ຫວຽດນາມ - ລາວ ຢູ່ ຮ່າໂນ້ຍໃນລະຫວ່າງ 2 – 4 ມັງກອນ 2020.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ ມາ​ຢ້ຽມ​ຢາມ ຫວຽດ​ນາມ, ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 42 ຄະ​ນະ​ກຳ​ມະ​ການ​ ລ​ະ​ຫວ່າງ ລັດ​ຖະ​ບານ ຫວຽດ​ນາມ - ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ.ລາວ ທອງລຸນ ສີສຸລິດຢູ່ສຳນັກງານລັດຖະບານໃນວັນທີ 1 ຕຸລາ 2019 (ພາບ: TTXVN)

ການຈັດຕັ້ງກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫ່ວາງລັດຖະບານ ຫວຽດນາມ - ລາວ ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນບຸລິມະສິດການຕ່າງປະເທດ ຂອງທັງສອງປະເທດແມ່ນພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ສ້າງຊ່ອງທາງທີ່ເປັນເອກະພາບໃນການຊີ້ນຳຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ