ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ກູ​ບາ Manuel Marrero Cruz ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສ.ກູບາ Manuel Marrero Cruz ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສືບຕໍ່ ແລະ ພັດທະນາການພົວພັນພິເສດ ຫວຽດນາມ - ກູບາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ກູ​ບາ Manuel Marrero Cruz ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສ.ກູບາ Manuel Marrero Cruz ຢູ່ສະໜາມບິນ ໂນ້ຍບາຍ (ພາບ: TTXVN)

ຕອນຄ່ຳວັນທີ 28 ກັນຍາ, ທ່ານນາຍົກລັດຖະມົນຕີ ສ.ກູບາ Manuel Marrero Cruz ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ກູບາເປັນທາງ ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ - 2 ຕຸລາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ນີ້ແມ່ນການຢ້ຽມຢາມຢູ່ນອກພາກພື້ນ ອາເມລິກາ ລາຕິນ ທຳອິດຂອງທ່ານນາຍົກລັດຖະມົນຕີ ສ.ກູບາ Manuel Marrero Cruz ນັບແຕ່ເວລາດຳລົງຕຳແໜ່ງໃນເດືອນທັນວາ ປີ 2019, ກໍ່ແມ່ນການຢ້ຽມຢາມທຳອິດຂອງການນຳຂັ້ນສູງ ກູບາ ມາຫວຽດນາມ ນັບແຕ່ປີ 2018.

  ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສ.ກູບາ Manuel Marrero Cruz ເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ, ສືບຕໍ່ ແລະ ພັດທະນາການພົວພັນພິເສດ ຫວຽດນາມ - ກູບາ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບຕໍ່ພັດທະນາ ແລະ ຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີສັດຊື່ບໍລຸສຸດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ລັດຖະບານ ແລະ ປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ