ທ່ານນາຍົກລັດຖະມົນຕີ ສິງກະໂປ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ທີ່ບັນດາການພົບປະ ແລະ ເຈລະຈາ, ການນຳ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ຊຸກຍູ້ການບັນດາການຮ່ວມມືໃນຂົງເຂດໃໝ່
ທ່ານນາຍົກລັດຖະມົນຕີ ສິງກະໂປ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ
(ພາບ: VGP)

          ຕອນບ່າຍວັນທີ 29 ສິງຫາ, ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ສິງກະໂປ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27-29 ສິງຫາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ.

            ໃນເວລາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ພົບປະກັບບັນດາການນຳຂັ້ນສູງຫວຽດນາມ. ທີ່ບັນດາການພົບປະ ແລະ ເຈລະຈາ, ການນຳ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອ ແລະ ຊຸກຍູ້ການບັນດາການຮ່ວມມືໃນຂົງເຂດໃໝ່, ລວມມີ: ນະວັດຕະກຳ, ພະລັງງານສະອາດ, ການຫັນປ່ຽນພະລັງງານຍຸດຕິທຳ, ການຫັນເປັນດີຈີຕອນ, ການແລກປ່ຽນຜູ້ມີພອນສະຫວັນທາງດ້ານນະວັດຕະກຳ. ເນື່ອງໃນໂອກາດນີ້, 2 ປະເທດໄດ້ລົງນາມເອກະສານຮ່ວມມື 7 ສະບັບ.

            ແລະກໍ່ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນລະຫວ່າງ ຫວຽດນາມ - ສິງກະໂປ; ພົບປະກັບ ນັກສຶກສາດີເດັ່ນຂອງມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ; ການພົບປະ ແລະ ໂອ້ລົມສົນທະນາກັບບັນດາການນຳໜຸ່ມດີເດັ່ນ ຫວຽດນາມ - ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ