ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາແມ່ນໂອກາດສຳຄັນ, ບໍ່ພຽງແຕ່ເພື່ອໃຫ້ 2 ຝ່າຍຫວນຄືນໄລຍະຜ່ານມາເທົ່ານັ້ນ, ຫາກຍັງພ້ອມກັບຊອກຫາ ແລະ ສ້າງໂຄງການດຳເນີນງານໃຫ້ແກ່ອະນາຄົດອີກດ້ວຍ.
)ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1(ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnami)

ວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ ແລະ ພັນລະຍາ, ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ແຕ່ວັນທີ 27-29 ສິງຫາ.

ຕາມທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnami, ແລ້ວ, ການຢ້ຽມຢາແມ່ນໂອກາດສຳຄັນ, ບໍ່ພຽງແຕ່ເພື່ອໃຫ້ 2 ຝ່າຍຫວນຄືນໄລຍະຜ່ານມາເທົ່ານັ້ນ, ຫາກຍັງພ້ອມກັບຊອກຫາ ແລະ ສ້າງໂຄງການດຳເນີນງານໃຫ້ແກ່ອະນາຄົດອີກດ້ວຍ.

ຈຸດສຸມຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ແມ່ນຊຸກຍູ້ການຫັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືເສດຖະກິດສີຂຽວ ແລະ ເຕັກນິກດີຈີຕອນໃຫ້ປະກົດຜົນເປັນຈິງ ເຊິ່ງ 2 ຝ່າຍບັນລຸໄດ້ໃນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເມື່ອເດືອນ ກຸມພາ ປີ 2023. ກ່ຽວກັບບັນຫາດັ່ງກ່າວ, ມີ 3 ໂຄງເຂດເຊິ່ງ 2 ປະເທດຕັ້ງຄວາມວັງອາດຈະສຸມໃສ່ພັດທະນາ. ນັ້ນແມ່ນ: ນະວັດຕະກຳ, ການຮ່ວມມືດ້ານພະລັງງານຜະລິດຄືນໃໝ່ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ