ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຮັບ​ປະ​ທານ​ອາ​ຫານ, ​ຍ່າງເລາະ​ອ້ອມໜອງ ຮ​ວ່ານ​ກຽມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ມີການເຄື່ອນໄຫວທຳອິດຢູ່ ຫວຽດນາມ ດ້ວຍການຮັບປະທານອາຫານນະຄອນຫຼວງ ແລະ ຍ່າງເລາະອ້ອມໜອງ ຮວ່ານກຽມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຮັບ​ປະ​ທານ​ອາ​ຫານ, ​ຍ່າງເລາະ​ອ້ອມໜອງ ຮ​ວ່ານ​ກຽມ - ảnh 1ທ່ານນາຍົກລັດຖະມົນຕີ ສິງກະໂປ ຖ່າຍຮູບຂົວ ເທຮຸກ (ພາບ: VOV)

ຕອນຄ່ຳວັນທີ 27 ສິງຫາ, ພາຍຫຼັງທີ່ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ມີການເຄື່ອນໄຫວທຳອິດຢູ່ ຫວຽດນາມ ດ້ວຍການຮັບປະທານອາຫານນະຄອນຫຼວງ ແລະ ຍ່າງເລາະອ້ອມໜອງ ຮວ່ານກຽມ.

        ຮ້ານອາຫານແຫ່ງຕ່າງທີ່ມີແຂກເຂົ້າມາຢ່າງໜາແໜ້ນ, ວິຫານ ບ່າກ້ຽວ, ວິຫານງອກເຊີນ, ທັດສະນີຍະພາບ ແລະ ບັນດາການກິດຈະກຳລະຫຼີ້ນບັນເທິງຂອງປະຊາຊົນ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ລ້ວນແຕ່ໄດ້ບັນທຶກໄວ້ດ້ວຍໂທລະສັບມືຖືສ່ວນຕົວ. ເມື່ອໄປຊົມ ແລະ ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ວິຫານ ງອກເຊີນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ຮັບຟັງຄຳແນະນຳກ່ຽວກັບເລື່ອງລາວ ໜອງຮວ່ນກຽມ, ຢ້ຽມຊົມເຂດໄຫວ້ບູຊາຕ່າງໆຢູ່ພາຍໃນວິຫານ, ຮັບຊົມຊາກໂຕເຕົ່າທີ່ໄດ້ວາງສະແດງຢູ່ທີ່ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ