ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເຊັກ​ໂກ ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າ​ງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມໄດ້ດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ມີການພັດທະທາອັນດີງາມ.

ວັນທີ 20 ເມສາ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ນັບແຕ່ ວັນທີ 22 ເມສາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມຫວັງຢາກເພີ່ມທະວີການພົວພັນສອງຝ່າຍຂອງການນຳສອງປະເທດ. ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ອາຊີ ຄັ້ງທຳອິດຂອງທ່ານນາຍົກບັດຖະມົນຕີ ສ.ເຊັກໂກ Petr Fiala ນັບແຕ່ເວລາດຳລົງຕຳແໜ່ງເມື່ອທ້າຍປີ 2021 ແລະ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳລັດຖະບານ ເຊັກໂກ ໃນໄລຍະເວລາ 15 ປີຜ່ານມາ. ການຢ້ຽມຢາມໄດ້ດຳເນີນໃນສະພາບການການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ມີການພັດທະທາອັນດີງາມ. ຄາດວ່າໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala ຈະມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ, ເຂົ້າຮ່ວມເວທີປາໄສ ວິສາຫະກິດ ຫວຽດນາມ - ສ.ເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ