ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ

(VOVWORLD) - ທີ່ບັນດາການພົບປະເຈລະຈາ, 2 ຝ່າຍລ້ວນແຕ່ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ - ảnh 1ພີທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆ
(ພາບ: TTXVN)

ຕອນຄ່ຳວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Petr Fiala, ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ແຕ່ວັນທີ 20-22 ເມສາ.

ທີ່ບັນດາການພົບປະເຈລະຈາ, 2 ຝ່າຍລ້ວນແຕ່ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. 2 ຝ່າຍເຫັນດີຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນ, ສົ່ງເສີມໃຫ້ວິສາຫະກິດ ສ.ເຊັກໂກ ຍູ້ແຮງການລົງທຶນຢູ່ ຫວຽດນາມ, ການຮ່ວມມືໃນຂົງເຂດສຶກສາ - ບຳລຸງສ້າງ, ຍູ້ແຮງການການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ ຜ່ານເລື່ອງເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ ແລະ ເປີດສະຫຼອງສູນວັດທະນະທຳ ເຊັກໂກ ຢູ່ ຫວຽດນາມ ໂດຍໄວ. ຮ່າໂນ້ຍ ແລະ Praha ໄດ້ວາງອອກເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 1 ຕື້ USD ໃນຮອບເວລາ 1-2 ປີຈະມາເຖິງ.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, 2 ຝ່າຍເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM), ຂອບເຂດການຮ່ວມມືລະຫວ່າງ ອາຊຽນ… ເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບບັນຫາຄວາມໝັ້ນຄົງ, ໃນນັ້ນ ມີທະເລຕາເວັນອອກ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ