ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັ​ນ​ຟຸກ: ​ຈິດ​ໃຈ​ຮັກ​ຊາດ​ຊ່ວຍ​ຫວຽດ​ນາມຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ

(VOVWORLD) -ຕາມທ່ານນາຍົກລັດຖະມົນຕີແລ້ວ, ສິ່ງທີ່ສຳຄັນທີ່ສຸດ ຕ້ອງສະຫຼຸບແມ່ນຈິດໃຈຮັກຊາດ, ຈິດໃຈຊາດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ໃນສະພາບການດິນຟ້າອາກາດທີ່ຮ້າຍແຮງ, ໂລກລະບາດ Covid – 19 ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ໂລກຖືກປັ່ນປ່ວນ, ກໍ່ຜົນສະທ້ອນຢ່າງຍິງຕໍ່ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວັ​ນ​ຟຸກ: ​ຈິດ​ໃຈ​ຮັກ​ຊາດ​ຊ່ວຍ​ຫວຽດ​ນາມຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊັວນຟຸກ, ປະທານສະພາແຂ່ງຂັນ - ຍ້ອງຍໍຊົມເຊີຍສູນກາງ, ໄດ້ເປັນປະທານກອງປະຊຸມສະພາ, ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ສະພາບການ 6 ເດືອນຕົ້ນປີ 2020 ແມ່ນພິເສດທີ່ສຸດ, ຕ້ອງຕີລາຄາຢ່າງຮອບດ້ານເພື່ອສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລະບົບການເມືອງໃນຂະບວນການແຂ່ງຂັນຮັກຊາດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ສິ່ງທີ່ສຳຄັນທີ່ສຸດ ຕ້ອງສະຫຼຸບແມ່ນຈິດໃຈຮັກຊາດ, ຈິດໃຈຊາດ ກໍ່ຄືຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ໃນສະພາບການດິນຟ້າອາກາດທີ່ຮ້າຍແຮງ, ໂລກລະບາດ Covid – 19 ພວມມີການຜັນແປຢ່າງຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ໂລກຖືກປັ່ນປ່ວນ, ກໍ່ຜົນສະທ້ອນຢ່າງຍິງຕໍ່ຫວຽດນາມ…ທ່ານກ່າວວ່າ:

        ໃນຂະບວນການແຂ່ງຂັນ, ປຸກລະດົມທົ່ວປວງຊົນບໍ່ໄດ້ປະໝາດ ໂລກລະບາດເພື່ອໃຫ້ມັນແຜ່ລະບາດຄືນໃໝ່, ນີ້ແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່ຂອງລະບົບການເມືອງ, ຂອງຂະແໜງການທຸກຂັ້ນ. ທີ 2 ແມ່ນມານະພະຍາຍາມບໍ່ປະໃຫ້ພື້ນຖານເສດຖະກິດຖືກຊຸດໂຊມ, ແກ້ໄຂບັນຫາວຽກເຮັດງານທຳ, ຮັບປະກັນການເຕີບໂຕທີ່ຈຳເປັນເພື່ອພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ