ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕົກລົງມອບໃບຍ້ອງຍໍໃຫ້ທິມບານເຕະ Olympic ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕົກລົງມອບໃບຍ້ອງຍໍໃຫ້ທິມບານເຕະ Olympic ຫວຽດນາມ ຍ້ອນໄດ້ມີຜົນງານໃນການແຂ່ງຂັນດີເດັ່ນ ທີ່ງານມະຫາກໍາກິລາ ອາຊີ 2018 (ເອຊຽນເກັມ 2018).

ທີ່ ເອຊຽນເກັມ 2018 ໄດ້ດໍາເນີນຢູ່ອິນໂດເນເຊຍ ປີ 2018, ໃນຮອບຄັດເລືອກ ທິມບານເຕະ Olympic ຫວຽດນາມ ໄດ້ຢືນຢູ່ອັນດັບໜຶ່ງໃນຕາຕະລາງສາຍ D ເຊິ່ງລວມມີ 4 ທິມ ຄື ຫວຽດນາມ, ຍີ່ປຸ່ນ, ປາກິດສະຖານ, ເນປານ. ບັນດາຮອບການແຂ່ງຂັນຕໍ່ມາ, ທິມບານເຕະ Olympic ຫວຽດນາມ ຍາດໄດ້ໄຊຊະນະ ທິມບານເຕະ Olympic ບາເລນ, ຊີຣີ ຕາມລໍາດັບ, ຕາມນັ້ນແລ້ວ ນີ້ກໍແມ່ນຄັ້ງທໍາອິດທີ່ ທິມບານເຕະຊາຍ Olympic ຫວຽດນາມ ໄດ້ເຂົ້າຮອບຮອງຊະນະເລີດໃນງານມະຫາກໍາກິລາ ອາຊີ  ແລະກາຍເປັນ ໜຶ່ງໃນຈໍານວນ 4 ທິມເກັ່ງທີ່ສຸດຂອງທະວີບ.

        ໃນຂະນະນັ້ນ, ຕອນບ່າຍວັນທີ 4 ກັນຍາ, ທີ່ພິທີຍ້ອງຍໍຊົມເຊີຍນັກກິລາ, ຄູຝຶກ rowing ທີ່ບັນລຸໄດ້ຜົນງານ ຢູ່ ເອຊຽນເກມ 2018, ທ່ານຫງວຽນເທ໊ກີ໋ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ກໍໄດ້ເຂົ້າຮ່ວມ ແລະ ມອບລາງວັນ ມີມູນຄ່າ 200 ລ້ານດົງ ໃຫ້ ທິມ rowing ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ